ສຽງແຄນເມືອງລາວ!..ຄວາມຫຼາກຫຼາຍວັດທະນະທຳເມືອງລາວ, ນໍ້ເປ້ຈ້າວ ປະເພນີບຸນກິນຈຽງຊົນເຜົ່າມົ້ງ

“ຄວາມຫຼາກຫຼາຍວັດທະນະທຳເມືອງລາວ, ນໍ້ເປ້ຈ້າວ ປະເພນີບຸນກິນຈຽງຊົນເຜົ່າມົ້ງ (ແປຕາມໂຕແລ້ວມີຄວາມໝາຍວ່າກິນ 30), ໝາຍເຖິງການລວມຜະລິດຕະຜົນຈາກການທຳມາຫາກິນຕະຫຼອດໜື່ງປີທີ່ຜ່ານມາ ແລະ ເຕົ້າໂຮມຕ້ອນຮັບຍາດມິດພີ່ນ້ອງສະເຫຼີມສະຫຼອງພາຍໃນເດືອນຈຽງ”.

,

ເລີ່ມຕົ້ນໃນມື້ອອກໄໝ່ຄໍ່າໜື່ງຕາມປະຕິທິນຈັນທະລະຄະຕິ, ເລີ່ມການນັບໃນມື້ຂື້ນ 01 ຄໍ່າຂອງເດືອນຈຽງ​ (ວັນທີ 24 ພະຈິກ 2022) ຈົນໄປຮອດມື້ສິນດັບແຮມ 14 ຄ່ຳຂອງເດືອນຈຽງ (ວັນທີ 22 ທັນວາ 2022):

(1) ບຸນກິນຈຽງຖືເປັນຊ່ວງເວລາພັກຍາວໃນຮອບປີຂອງຊົນເຜົ່າມົ້ງ ເນື່ອງຈາກໃນເມື່ອກ່ອນປູ່ຍ່າຕາຍາຍເພິ່ນທຳມາຫາກິນອາໄສນອນໄຮ່ນອນນາເປັນປີໆ;

(2) ບໍ່ມີຮອດໂອກາດໄປຢ້ຽມຢາມຖາມຂ່າວພີ່ນ້ອງ, ບ່າວສາວກໍ່ຕັ້ງໃຈເຮັດໄຮ່ທຳສວນຊ່ວຍພໍ່ແມ່ ຍາກໜັກທີ່ຈະໄດ້ໂອກາດມາພົບໜ້າພໍ້ຕາກັນ ເພື່ອຄົບຫາດູໃຈຄືປະຈຸບັນ;

(3) ສະນັ້ນ, ທຸກຄອບຄົວກ່ອນຈະຮອດປີໃໝ່ຈິ່ງພາກັນກຽມຫຼາຍສິ່ງຫຼາຍຢ່າງນັບແຕ່ຟືນໄຟ, ອາຫານການກິນໄວ້ຫຼາຍໆ ເພື່ອສຳຮອງຊ່ວງເວລາດັ່ງກ່າວໄປພັກຜ່ອນຢ້ຽມຢາມພີ່ນ້ອງ ຂະນະທີ່ບ່າວສາວກໍ່ຍາດເວລາອັນມີຄວາມໝາຍນີ້ໄປຫຼິ້ນໝາກຄອນ;

(4) ເມື່ອກ່ອນຈະເອົາຜ້າເສດມາກໍ້ເປັນໜ່ວຍມົນໆແລ້ວຫຍີບຫຸ້ມຫໍ່ໃຫ້ດີ, ເອົາໄປໂຍນໃຫ້ກັນ ເປັນເຄື່ອງມີສື່ສານໃຫ້ບ່າວສາວໄດ້ຈ້ອງໜ້າເບິ່ງຕາ ແລະ ລົມກັນຕາມພາສາເພິ່ນ ຖ້າມີຄວາມມັກຮັກກໍ່ລົມກັນຕໍ່ ແລະ ມາສ້າງຄອບຄົວຮ່ວມກັນ;

(5) ສ່ວນໃຫຍ່ແລ້ວຜູ້ຊາຍທີ່ມີຈຸດປະສົງຈະສ້າງຄອບຄົວກໍ່ສວຍໂອກາດໃນຍາມບຸນກິນຈຽງຫາສາວທີ່ຖືກໃຈເອົາເປັນເມຍ ໃນໄລຍະນີ້ ປະເພນີດັ່ງກ່າວທຸກວັນນີ້ກໍ່ຍັງປະຕິບັດຢູ່.

Leave a Reply

Your email address will not be published. Required fields are marked *

Back to top button