ອັບແດດ !.. ຍົນໂດຍສານ ຕົກ ມີຜູ້ເສຍຊີວິດ 132 ຄົນ
ເວລາ 14 ໂມງ 38 ນາທີຂອງວັນທີ 21 ມີນານີ້, ຖ້ຽວບິນ MU5735 ຂອງບໍລິສັດ CHINA EASTERN ໄດ້ຂາດການຕິດຕໍ່ກັບພາກພື້ນດິນຢູ່ເທິງອາກາດຂອງນະຄອນອູໂຈ່ວເຂດກວາງຊີຈີນ ແລະ ຕົກລົງເຂດພູດອຍ ຄວາມສູງ 30,000 ຟຸດ, ແຕ່ຕົກລົງສູ່ພື້ນບຊ່ຮອດ3 ນາທີ
ຊົມຄລີບ
ຫລັງຈາກຍົນໂດຍສານ Boeing 737-800 ຕົກ ແມ່ນ China Eastern Airlines ໄດ້ປະກາດລະງັບນໍາໃຊ້ເຮືອບິນ Boeing 737-800 ທັງໝົດ 106 ລຳທັນທີ ເພື່ອສືບສາເຫດເເລະຄວາມປອດໄພກ່ອນ
..
..
ພາບເຮືອບິນໂດຍສານ Boeing 737 ຖ້ຽວບິນ MU 5735 China Eastern Airlines ທີ່ມີ 132 ຄົນເສຍຊີວິດ (ຜູ້ໂດຍສານ 123 ຄົນແລະລູກເຮືອ 9 ຄົນ) ໄດ້ດິ່ງຈາກຄວາມສູງ 30,000 ຟຸດລົງພູ ພາຍໃນເວລາບໍ່ເຖິງ 3ນາທີ ແລະ ເກີດໄຟໃໝ້ລາມປ່າຂະໜາດໃຫຍ່ ຢູ່ໃກ້ເມືອງອູໂຈ່ວ, ແຂວງກວາງຊີຂອງຈີນ.
ຊົມຄລີບ2…
ຄວາມຫມາຍຂອງເຄື່ອງບີນຕົກ
ຄວາມໝາຍຂອງລວດລາຍເຮືອບິນໂບອິ້ງ 737-800 ທີ່ເກີດອຸບັດຕິເຫດ, ຂອງສາຍການບິນ CHINA EASTERN AIRLINES (ຊື່: Yunnan Peacock) ລາຍນົກຍຸງທີ່ເປັນສັນຍາລັກຂອງແຂວງຍູນນານ, ສປ.ຈີນ
ພາຍຫຼັງເກີດເຫດຍົນຕົກແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນໍາໃນທັນທີ ໂດຍສັ່ງໃຫ້ປະຕິບັດກົນໄກຮັບມືສຸກເສີນໃນທັນທີ, ອອກແຮງສຸດຂີດເພື່ອຄົ້ນຫາ ແລະ
ຊ່ວຍເຫຼືອຜູ້ປະສົບເຄາະ ຮ້າຍ ແລະ ແກ້ໄຂວຽກງານຕາມພາຍຫຼັງໃຫ້ເໝາະສົມ ພ້ອມທັງຄົ້ນຄວ້າຫາສາຍເຫດຂອງເຫດການຍົນຕົກເທື່ອນີ້ໂດຍໄວ, ເພີ່ມທະວີການກວດກາໄພອັນຕະລາຍ ທີ່ແຝງຊ້ອນໃນຂົງເຂດການບິນພົນລະເຮືອນ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນຢ່າງເດັດຂາດ.
ອີງຕາມຄຳຊີ້ນໍາຂອງທ່ານສີຈິ້ນຜິງ, ອົງການການບິນພົນລະເຮືອນ ແລະ ກະຊວງບໍລິຫານຈັດການວຽກງານສຸກເສີນຂອງຈີນໄດ້ສົ່ງໜ່ວຍງານໄປຊີ້ນຳແລະເຮັດວຽກຢູ່ກັບທີ່ ພ້ອມທັງຈັດສົ່ງກຳລັງຊ່ວຍເຫຼືອຢູ່ເຂດກວາງຊີ ແລະ ແຂວງກວາງຕຸ້ງໄປເຂົ້າຮ່ວມການຊ່ວຍເຫຼືອກັບທີ່.
ປັດຈຸບັນ, ການກູ້ໄພຢູ່ສະຖານທີ່ເກີດເຫດ, ການແກ້ໄຂວຽກງານກ່ຽວກັບເຫດການຍົນຕົກ ແລະ ການຄົ້ນຄວ້າຫາສາຍເຫດພວມດຳເນີນຢູ່.
ຂະນະນີ້ລໍຖ້າຜົນການສືບສວນຕື່ມອີກກ່ຽວກັບສາເຫດຂອງອຸປະຕິເຫດ, ແອໂຣລາວ ຈະອັບເດດໃຫ້ຮັບຊາບຢ່າງລະອຽດ ແລະ ທັນການແນ່ນອນ.
ຂໍ້ມູນ: ວິເຄາະສະຖານະການ | AEROLAOS