ກັກຕົວໜຸ່ມ-ສາວ ຕົ້ມນໍ້າໃບກະທ້ອມຂາຍ.

ກັກຕົວໜຸ່ມ-ສາວ ຕົ້ມນໍ້າໃບກະທ້ອມຂາຍ.

ໃນວັນທີ 17 ພະຈິກ 2022 ເຈົ້າຫນ້າທີ່ ປກສ ແຂວງຫົວພັນ ກັກຕົວບ່າວ-ສາວ ຕົ້ມນໍ້າກະທ້ອມຂາຍ ຈຳນວນ 10 ຕຸກ.

ເຈົ້າກນ້າທີ່ ໄດ້ກວດຈັກເປົ້າໝາຍເສັ້ນທາງເຂດສວນສາທາລະນະຫົວພັນ-ກວາງນິງ ຜ່ານການກວດຄົ້ນຜູ້ຂັບຂີ່ຊື່ທ້າວ ພຸດຕາວັນ (ເລ່) ອາຍຸ 23 ປີ ບ້ານນາທອງ ເມືອງຊຳເໜືອ ແຂວງຫົວພັນ ແລະ ພົບເຫັນນ້ຳໃບກະທ້ອມ 10 ຕຸກ.

ຈາກນັ້ນ ໄດ້ກວດຄົ້ນເຮືອນນາງ ປັອກ ອາຍຸ 23 ປີ ບ້ານ ທາດເມືອງ ເມືອງຊຳເໜືອ ແຂວງຫົວພັນ ໄດ້ພົບເຫັນນ້ຳໃບກະທ່ອມ 7 ຕຸກ ຢູ່ໃນຕູ້ເຢັນ ແລະ ເສດໃບກະທ່ອມຕົ້ມແລ້ວ 1 ຖົງ.

ຜ່ານການສອບສວນ ທັງສອງໄດ້ຮັບສາລະພາບວ່າ ເປັນຄົນຮູ້ຈັກກັນ ແລະ ເປັນຄູ່ຮັກບ່າວສາວ ເຊິ່ງເລີ່ມແຕ່ເດືອນ ກໍລະກົດ 2022 ໄດ້ຕິດຕໍ່ຊື້ໃບກະທ່ອມມາຕົ້ມຂາຍ ສັ່ງຊື້ທາງເຟສບຸກ ໃນລາຄາ 1 ກິໂລ 175.000 ກີບ,

ຫຼັງຈາກນັ້ນ ໄດ້ນຳມາຕົ້ມປຸ່ງແຕ່ງໃສ່ຕຸກນ້ຳດື່ມໄວ້ ໃນລາຄາ 30.000 ກີບຕໍ່ຕຸກ.

Leave a Reply

Your email address will not be published. Required fields are marked *

Back to top button