ຕອນນີ້ກຳລັງຕາມຫາໂຕຢູ່ ບໍ່ຢາກໃຫ້ນາງໄປເຮັດແບບນີ້ກັບຄົນ

(ຂ່າວກ່ອນໜ້ານີ້) Ep1.

ໂຈນມາໃນຄາບແມ່ບ້ານ ວາງແຜນລັກເຄື່ອງແລ້ວໜີ ໄດ້ມີຜູ້ໃຊ້ເຟສບຸກຊື່ Lio Phonsavanh ໄດ້ໂພສວ່າ : ເຫດການແມ່ບ້ານຫັກຫຼັງລັກເຄື່ອງ ເຕືອນໄພ!ທຸກໆຄົນທີ່ມີແມ່ບ້ານ.

ຢາກບອກວ່າຢ່າເຊື່ອໃຈເເລະໄວ້ໃຈຫລາຍເກີນໄປຄວາມຮັກທີ່ມອບໃຫ້ໄປອາດຈະເປັນດາບ2ຄົມ ຂ້ອຍຄົນຫນື່ງທີ່ຮັກແມ່ບ້ານຄົນນີ້ຫລາຍ ຮັກຄືຄົນໃນຄອບຄົວ ຮັກຄືນ້ອງແທ້ໆ ບໍ່ເຄີຍຄີດວ່ານາງເປັນແມ່ບ້ານ ໃຜທີຮູ້ຈັກລີໂອຈະຮູ້ດີ.

ທຸກຢ່າງໃນເຮືອນໄວ້ໃຈນາງຫມົດ… ເງີນເດືອນ 2,200,000ກີບ ບໍ່ລວມໃຫ້ນອກຕ່າງຫາກ ເທດສະການຕ່າງຫາກ.ຄອບໄປຫລີ້ນກາງຄືນກັບຫມູ່ ຂ້ອຍບໍ່ເຄີຍຫ້າມ ບໍ່ເຄີຍໂທນຳ ບໍ່ເຄີຍຮ້າຍເຄີຍດ່າ ໄປຫລີ້ນກະໃຫ້ເອົາລົດຈັກໄປ ເຂົາອອກເຮືອນໄດ້ຕາມສະບາຍໃຈ ກະຍ້ອນວ່າເຫັນເປັນນ້ອງ.

ຂ້ອຍໃຫ້ນັ່ງກີນເຂົ້າຮ່ວມພານຳ ຄວາມວ່າໃຫ້ກຽດ…ຂ້ອຍໄປຫລີ້ນໃສ່ ໄປຮ້ານເຫລົ້າ ຮ້ານເບຍຂ້ອຍກະເອົາໄປນຳ ຄົນຖາມວ່າແມ່ນໃຜ ບໍ່ເຄີຍຕອບວ່າ “ເເມ່ບ້ານ” ຂ້ອຍຕອບວ່ານ້ອງສາວ.

ນ້ອງມັນເຂົາໂຮງຫມໍ ແມ່ເຂົາໂຮງຫມໍ ຂ້ອຍກະຊ່ວຍ ນ້ອງຕາຍ ແມ່ຕາຍຂ້ອຍກະຊ່ວຍ. ມັນມີລູກນ້ອຍ 2 ປີ ຢູ່ບ້ານພຸ້ນ ຂ້ອຍກະບອກໃຫ້ເອົາມາຢູ່ນຳ ຈະລ້ຽງເອົາ ຈະສົ່ງໃຫ້ເຂົາໂຮງຮຽນໃຫ້ ຄວາມວ່າເຮົາດີນຳເພີນ…..

ສຸດທ້າຍຂີ້ໃສ່ໃຈຄັກ…(ລາວລັກເຄືອງ ແລ້ວລາວກໍ່ວ່າງແຜນທີ່ຈະເອົາເຄື່ອງລາວໜີໃນມື້ນັ້ນ ….ຍັງມີຕໍ່ເດີ)

EP2 ຫຼັງຈາກນັ້ນເວລາຕໍ່ມາ ຜູ້ໃຊ້ເຟສບຸກຊື່ Lio Phonsavanh ໄດ້ໂພສຕື່ມອີກວ່າ: ໂສມຫນ້າແມ່ບ້ານຂີ້ລັກEP2. ນາງ ນີດາ ແກ້ວໄຊພອນ (ດາ) ຢູ່ບ້ານ ຫີນບຸນ ແຂວງຄຳມ່ວນ….

ນາງໄດ້ລັກ ຄຳແລະເຄືອງມີຄ່າຂອງແມ່ຂ້ອຍແລ້ວລົບຫນີ. ໂຈນຄັກໆລະນີ້ນະ ຕົວະຂ້ອຍວ່ານ້ອງຕາຍ ແມ່ຕາຍ ເພື່ອຈະເອົາເງີນກີນທານນຳຂ້ອຍ ແລະ ຄວາມຊ່ວຍເຫລືອຈາກຂ້ອຍ!

ທີ່ເຫັນຢູ່ຄລິບຫັນ ແມ່ນລົດຂ້ອຍເອງເດີ້ ມັນໄປສົ່ງຫລານຂ້ອຍຢູ່ໂຮງຮຽນລະກັບມາເອົາເຄື່ອງມັນ ທີ່ມັນກຽມການໄວ້.

ຕອນນີ້ກຳລັງຕາມຫາໂຕຢູ່ ໃຜເຫັນນາງດາ ລົບກວນແຈ້ງແນ່ເດີ້ເຈົ້າ ບໍ່ຢາກໃຫ້ນາງໄປເຮັດແບບນີ້ກັບຄົນອື່ນ.

ແຫຼ່ງທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button