ກ່ອນເອົາໃຜມາຢູ່ນຳ ຕ້ອງເລືອດຄົນໃຫ້ດີ!..ໂຈນມາໃນຄາບແມ່ບ້ານ ລັກເຄື່ອງແລ້ວໜີ

ໂຈນມາໃນຄາບແມ່ບ້ານ ວາງແຜນລັກເຄື່ອງແລ້ວໜີ.

ທາງເຟສບຸກຊື່ Lio Phonsavanh ໄດ້ໂພສເຫດການແມ່ບ້ານຫັກຫຼັງລັກເຄື່ອງວ່າ:

ເຕືອນໄພທຸກໆຄົນທີ່ມີແມ່ບ້ານ. ຢາກບອກວ່າຢ່າເຊື່ອໃຈເເລະໄວ້ໃຈຫລາຍເກີນໄປຄວາມຮັກທີ່ມອບໃຫ້ໄປອາດຈະເປັນດາບ2ຄົມ ຂ້ອຍຄົນຫນື່ງທີ່ຮັກແມ່ບ້ານຄົນນີ້ຫລາຍ ຮັກຄືຄົນໃນຄອບຄົວ ຮັກຄືນ້ອງແທ້ໆ ບໍ່ເຄີຍຄີດວ່ານາງເປັນແມ່ບ້ານ ໃຜທີຮູ້ຈັກລີໂອຈະຮູ້ດີ. ທຸກຢ່າງໃນເຮືອນໄວ້ໃຈນາງຫມົດ… ເງີນເດືອນ 2,200,000ກີບ ບໍ່ລວມໃຫ້ນອກຕ່າງຫາກ ເທດສະການຕ່າງຫາກ.

ຄອບໄປຫລີ້ນກາງຄືນກັບຫມູ່ ຂ້ອຍບໍ່ເຄີຍຫ້າມ ບໍ່ເຄີຍໂທນຳ ບໍ່ເຄີຍຮ້າຍເຄີຍດ່າ ໄປຫລີ້ນກະໃຫ້ເອົາລົດຈັກໄປ ເຂົາອອກເຮືອນໄດ້ຕາມສະບາຍໃຈ ກະຍ້ອນວ່າເຫັນເປັນນ້ອງ.

ຂ້ອຍໃຫ້ນັ່ງກີນເຂົ້າຮ່ວມພານຳ ຄວາມວ່າໃຫ້ກຽດ…ຂ້ອຍໄປຫລີນໃສ່ ໄປຮ້ານເຫລົ້າ ຮ້ານເບຍຂ້ອຍກະເອົາໄປນຳ ຄົນຖາມວ່າແມ່ນໃຜ ບໍ່ເຄີຍຕອບວ່າ “ເເມ່ບ້ານ” ຂ້ອຍຕອບວ່ານ້ອງສາວ.

ນ້ອງມັນເຂົາໂຮງຫມໍ ແມ່ເຂົາໂຮງຫມໍ ຂ້ອຍກະຊ່ວຍ ນ້ອງຕາຍ ແມ່ຕາຍຂ້ອຍກະຊ່ວຍ.

ມັນມີລູກນ້ອຍ 2 ປີ ຢູ່ບ້ານພຸ້ນ ຂ້ອຍກະບອກໃຫ້ເອົາມາຢູ່ນຳ ຈະລ້ຽງເອົາ ຈະສົ່ງໃຫ້ເຂົາໂຮງຮຽນໃຫ້ ຄວາມວ່າເຮົາດີນຳເພີນ….. ສຸດທ້າຍຂີ້ໃສ່ໃຈຄັກ.

(ລາວລັກເຄືອງ ແລ້ວລາວກໍ່ວ່າງແຜນທີ່ຈະເອົາເຄື່ອງລາວໜີໃນມື້ນັ້ນ ….ຍັງມີຕໍ່ເດີ)

ຊົມຄຼິບ.

Leave a Reply

Your email address will not be published. Required fields are marked *

Back to top button