ຈັບກຸມແກ້ງນຳລູກເສືອໂຄ່ງນ້ອຍ 4 ໂຕ ຫນ້າຮັກ ໄປຂາຍ

ໜັງສືພິມ Bangkok Post ຂອງປະເທດໄທ ລາຍງານໃຫ້ຊາບວ່າ ຕໍາຫຼວດໄທ ສາມາດຈັບກຸມ ຂະບວນການຄ້າຂາຍສັດປ່າ ເປັນລູກເສືອນ້ອຍ 4 ໂຕ,

ໂຕຜູ້ 2 ໂຕ ແລະ ໂຕແມ່ 2 ໂຕ ທີ່ມີອາຍຸປະມານ 2 ເດືອນ ໃນ ຕອນເຊົ້າ ເວລາປະມານ 3 ໂມງ ຂອງວັນອັງຄານ 15/11/2022 ຢູ່ອໍາເພີເມືອງ ແຂວງມຸກດາຫານ ປະເທດໄທ.

,,

,,

,,

ຈາກການສອບຖາມ ຜູ້ຖືກຈັບ ອາຍຸ 63 ປີ ໃຫ້ຂໍ້ມູນວ່າ: ນໍາເອົາລູກເສືອນ້ອຍ ທັງ 4 ໂຕ ຂ້າມມາຈາກປະເທດລາວ ເພື່ອມາຂາຍ ໃນລາຄາ 2 ລ້ານບາດ ສະກຸນເງິນໄທ ໃຫ້ຜູ້ທີ່ຕິດຕໍ່ມາວ່າ ຢາກຈະຊື້ ແລະ ໄດ້ຕົກລົງຂາຍ ໃນລາຄາ 1.5 ລ້ານບາດ.

ປະຈຸບັນ ເຈົ້າໜ້າທີ່ຕໍາຫຼວດໄທ ກໍາລັງສືບສວນ ຂະຫຍາຍຜົນ ການຈັບກຸມ ແລະ ໄດ້ນໍາ ລູກເສືອທັງ 4 ໂຕ ສົ່ງໄປທີ່

Chulabhorn wildlife breeding station ຢູ່ແຂວງ ສີສະເກດ ເພື່ອເບິ່ງແຍງ ຮັກສາ.

Leave a Reply

Your email address will not be published. Required fields are marked *

Back to top button