USAID-WHO ມອບເຄື່ອງຊ່ວຍເຫຼືອປ້ອງກັນໂ ຄວິ ດ ໃຫ້ລາວ ມູນຄ່າ35 ຕື້ກວ່າກີບ

ວັນທີ 15 ພະຈິກ 2022 USAID-WHO ມອບເຄື່ອງຊ່ວຍເຫຼືອປ້ອງກັນໂຄວິດ-19 ໃຫ້ລາວ ມູນຄ່າ 35 ຕື້ກວ່າກີບ

ອົງການ USAID ແລະ ອົງການອະນາໄມໂລກ (WHO) ມອບເຄື່ອງຊ່ວຍເຫຼືອໃຫ້ ສປປ ລາວ ເພື່ອໃຊ້ເຂົ້າໃນການຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງໂຄວິດ-19 ລວມມູນຄ່າ 35 ຕື້ກວ່າກີບ.

ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ຊຸດ PPE ຊຸດກວດຫາເຊື້ອໂຄວິດ-19ແບບວ່ອງໄວ ເພີ່ມລະບົບອົກຊີແຊນໃຫ້ສະຖານທີ່ບໍລິການສຸຂະພາບໃນທົ່ວປະ ເທດ ຕິດຕັ້ງທໍ່ສົ່ງອົກຊີແຊນຄວາມແຮງສູງແບບຕິດດັງ ຢາປົວພະຍາດໂຄວິດ-19 ຄອມພີ້ວເຕີ້ໂນສບຸກ ແລະ

,

ແທັບເລັດ ເພື່ອນຳໃຊ້ເຂົ້າໃນວຽກງານເຝົ້າລະວັງ ແລະ ຊ່ວຍໃຫ້ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນພະຍາດໂຄວິດ-19 ເຊິ່ງລວມມູນຄ່າທັງໜົດແມ່ນ 2 ລ້ານໂດລາສະຫະລັດ ຫຼື 35,5 ຕື້ກ່ວາກີບ ( ໄລ່ເລດນອກ ).

ພິທີມອບເຄື່ອງດັ່ງກ່າວໄດ້ຈັດຂື້ນໃນວັນທີ່ 15 ພະ ຈິກ 2022 ທີ່ກະຊວງສາທາລະສະສຸກ ເຂົ້າຮ່ວມພິທີໃນຄັ້ງນີ້ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມ ລິກາປະຈຳ ສປປ ລາວ ທ່ານ ດຣ. Yu Lee Park ຮັກສາການຜູ້ຕ່າງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

,

ຂໍ້ມູນຈາກ: ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ

Leave a Reply

Your email address will not be published. Required fields are marked *

Back to top button