ອຸຕຸແຈ້ງເຕືອນ..!! ອາທິດນີ້ອາກາດຈະເຢັນລົງ ພ້ອມມີຝົນຕົກ

ສະພາບອາກາດອາທິດນີ້ ຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກເໜືອ, ຂະນະທີ່ພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນກາເວັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼືອມລະດັບຄ່ອຍ ຫາ ປານກາງ.

ກົມອຕຸຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14 ຫາ 20 ພະຈິກ 2022 ວ່າ: ໄລຍະວັນທີ 14 ຫາ 20 ພະຈິກນີ້ ມວນອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ,

ຊື່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປ,

ສ່ວນພາກກາງ ແລະ ພາກໃຕ້ ອາກາດຈະຮ້ອນໂດຍສະເພາະໃນໄລຍະຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ.

← ໂມທະນາສາທຸ…!!! ພຣະສົງຈາກ ສປປລາວ ໄດ້ຖືກຄັດເລື່ອກໃຫ້ໄດ້ຮັບລາງວັນສັນຕິພາບໂລກ ແມ່ນພຣະອາຈານ ປອ.ພວງປະເສີດ ພູມາວົງ

.

.

..

..

Leave a Reply

Your email address will not be published. Required fields are marked *

Back to top button