ລາຍຊື່ຮ້ານແລກປ່ຽນເງິນຕາ 113 ຮ້ານ ທົ່ວປະເທດ ທີ່ໄດ້ຮັບອະນຸຍາດ ດຳເນີນກິດຈະການ ຈາກທະນາຄານ ແຫ່ງ ສປປ ລາວ

ເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຫົວຫນ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນ ທີ່ໄດ້ຮັບອະນຸຍາດຈາກ

,

ທະນາຄານແຫ່ງ ສປປ ລາວ. ອີງຕາມຂໍ້ຕົກລົງວ່າດ້ວຍການກໍານົດອັດຕາແລກປ່ຽນ ສະບັບເລກທີ 779/ທຫລ, ລົງວັນທີ 11 ຕຸລາ 2022; ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ຕົວແທນ ສະບັບເລກທີ 449 /ທຫລ, ລົງວັນທີ 14 ມິຖຸນາ 2022.

ຫ້ອງການ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາ ຫຼວດ ແລະ ຫົວຫນ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຊາບກ່ຽວກັບການແລກປ່ຽນເງິນຕາຂອງຮ້ານແລກປ່ຽນ ເງິນຕາຕົວແທນທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ດັ່ງນີ້:

1. ວັນທີ 17 ກັນຍາ 2021 ຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ຮ້ານແລກປ່ຽນເງິນຕາຕົວແທນທີ່ໄດ້ຮັບອະນຸຍາດ ຈາກ ທະນາຄານແຫ່ງ ສປປ ລາວ ຈໍານວນ 419 ຮ້ານ, ຈາກນັ້ນ ມີຮ້ານແລກປ່ຽນ ເງິນຕາຕົວແທນ ຈໍານວນ 306 ຮ້ານ ໄດ້ຢຸດບໍລິການຢ່າງຖາວອນ.

ສະນັ້ນ, ປັດຈຸບັນ ມີຮ້ານແລກປ່ຽນເງິນຕາ ຕົວແທນ ທີ່ໄດ້ຮັບອະນຸຍາດສືບຕໍ່ໃຫ້ບໍລິການ ຈາກທະນາຄານແຫ່ງ ສປປ ລາວ ໃນຂອບເຂດທົ່ວປະເທດ ຈໍານວນ 113 ຮ້ານ ໃນນັ້ນຢູ່ ນະຄອນຫຼວງວຽງຈັນ ມີ 76 ຮ້ານ, ແຂວງຫຼວງພະບາງ ມີ 8 ຮ້ານ, ແຂວງໄຊຍະບູ ລີ ມີ 1 ຮ້ານ, ແຂວງບໍລິຄໍາໄຊ ມີ 3 ຮ້ານ, ແຂວງຄໍາມ່ວນ ມີ 1 ຮ້ານ, ແຂວງສະຫວັນນະເຂດ ມີ 16 ຮ້ານ ແລະແຂວງຈໍາປາສັກ ມີ 8 ຮ້ານ.

2. ອັດຕາແລກປ່ຽນກີບກັບໂດລາສະຫະລັດຂອງຮ້ານແລກປ່ຽນເງິນຕາຕົວແທນ ຕ້ອງບໍ່ເກີນ +3% ທຽບກັບອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວ ໃນແຕ່ລະວັນ.

ສ່ວນອັດຕາແລກປ່ຽນເງິນຕາ ຕ່າງປະເທດສະກຸນອື່ນໆ ແມ່ນບໍ່ໃຫ້ສູງເກີນອັດຕາແລກປ່ຽນຂອງທະນາຄານທຸລະກິດທີ່ຕົນຂຶ້ນກັບ, ຮ້ານ ແລກປ່ຽນເງິນຕາຕົວແທນບໍ່ມີສິດຂາຍເງິນຕາຕ່າງປະເທດ ແລະ ມີສິດຊື້ເງິນຕາຕ່າງປະເທດຈາກລູກຄ້າປະເພດບຸກຄົນເທົ່ານັ້ນ,

3. ລາຍຊື່ຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວບໍລິການແລກປ່ຽນເງິນຕາມີ ຈໍານວນ 113 ຮ້ານ ໃນຂອບເຂດທົ່ວປະເທດ ມີຄື:

,,

,,

,,

,,

,,

Leave a Reply

Your email address will not be published. Required fields are marked *

Back to top button