ອຸຕຸເຕືອນ !.. ແຕ່ລະແຂວງນີ້ ຫນາວຮ້ອນແຮງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 20 ຫາ 26 ມີນາ 2023. ໃນໄລຍະວັນທີ 20ຫາ 26 ມີນາ 2023 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະມີກໍາລັງອ່ອນ ຫາ ປານ ກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,

ພ້ອມດຽວກັນກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນ ສ່ວນໃຫຍ່, ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ຫນາວເຢັນ ຢູ່ແຂວງພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູ ພຽງບໍລະເວນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ສໍາລັບແຂວງພາກເຫນືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ອາກາດຈະຮ້ອນຂື້ນ ພ້ອມມີຫມອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນແຂວງ

ພາກເຫນືອດ້ານຕາເວັນອອກ: (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ: ອາກາດຫນາວເຢັນ ພ້ອມມີຝົນຕົກໃນລະດັບຕ່ອຍ ຫຼື ເນື້ອທີ່ ປົກຫຸ້ມຂອງຝົນເທົ່າ 30 ເປີເຊັນຂອງພາກ. ທຸນຫະພູມໃນລະຫວ່າງ 10–23 ອົງສາ.

ພາກເຫນືອດ້ານຕາເວັນຕົກ: (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ: ອາກາດເຢັນ ຫາ ຫນາວເປັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30 ເປີເຊັນ ຂອງພາກ, ອຸນຫະພູມໃນລະຫວ່າງ 12–32 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດເປັນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມໃນລະຫວ່າງ 15-32 ອົງສາ.

ພາກກາງ: (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ); ອາກາດເຢັນ ຫາ ຫນາວເຢັນ ແລະ ພ້ອມມີລົມພັດແຮງເປັນ ບາງໄລຍະ ທຸນຫະພູມໃນລະຫວ່າງ 15-32 ອົງສາ.

ແຂວງໄຊສົມບູນ: ອາກາດຫນາວເຢັນ ແລະ ມີຫມອກບາງຝຶກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-25 ອົງສາ

ພາກໃຕ້: ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເປັນລົງຕື່ມເລັກນ້ອຍ ແລະ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-35 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດຫນາວເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄອຍຢູ່ເຂດເມືອງດາກຈຶງ ພ້ອມມີລົມພັດແຮງເປັນ ບາງໂອກາດ. ອຸນກະຊຸມໃນລະຫວ່າງ 09 – 27ອົງສາ.

.

.

.

,

Leave a Reply

Your email address will not be published. Required fields are marked *

Back to top button