ເຈີເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ.. ຂໍໃຫ້ເປັນການເລີ່ມຕົ້ນຊີວິດຄູ່ທີ່ດີ ຍິນດີນຳເດີ້

13/11/2022 Happy Anniversary 7th ເຈີເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ I said yes

ຊິວິດການເປັນແຟນຂອງເຮົາ ເຮົາຄົບກັນຕັ້ງແຕ່ ມື້ທີເຈົ້າເປັນພະນັກງານບໍລິສັດ Organizer ຂ້ອຍເອງເປັນພິທິກອນຕາມ Event.!

ຄົບກັນໄດ້ 2ປີ ເຈົ້າຕັດສິນໃຈອອກຈາກບໍລິສັດ ເພື່ອຢາກມາສ້າງບໍລິສັດເປັນຂອງຕົນເອງ ເພື່ອຢາກສ້າງອານາຄົດທີ່ດີໃຫ້ກັບຂ້ອຍ ຈົນມາມື້ນີ້ເຈົ້າມີບໍລິສັດ ຈັດງານແບບເຕີບໂຕກ້າວກະໂດດ ຂ້ອຍເອງກໍ່ມີບໍລິສັດ Modeling ເປັນຂອງໂຕເອງ

ຂອບໃຈຄວາມຮັກທີ່ສວຍງາມທີ່ເຮົາມອບໃຫ້ກັນ ຂອບໃຈມື້ນີ້ ທີ່ເຈົ້າສ້າງຄວາມຊົງຈຳທີ່ສວຍງາມທີ່ສຸດໃຫ້ກັບຜູ້ຍິງຄົນນີ້ ໃນການຂໍແຕ່ງງານ

ມື້ນັ້ນເພີ່ນຈັດງານແລ້ວຍິ່ງພຸ ເຄີຍຢຶນເບິ່ງພຸແລ້ວບອກເພີ່ນວ່າງາມເນາະ… ບໍ່ຄິດວ່າມື້ນີ້ເພີ່ນຈະຈູດພຸຂໍແຕ່ງງານເຮົາ

,

ເຮົາຄົງອາດບໍ່ຮູ້ ວ່າອານາຄົດຈະເປັນແບບໄດ ແຕ່ໃນປະຈຸບັນນີ້ຈະຂໍຮັກ ແລະ ດູແລຜູ້ຊາຍຄົນນີ້ຕະຫລອດໄປ ຮັກຄຸນຫມູທີສຸດໃນຫົວໃຈ ແລະ ຂອບໃຈອ້າຍເອື້ອຍຂອງເຈນ ນ້ອງນິດ ແມ່ວີ່ວີ່ ເອື້ອຍນ້ອຍ ເອື້ອຍກີ້ ເອື້ອຍເບ ແລະ ຄົນອ້ອມຂ້າງທີມຮ່ວມເຊີໄພ້ໃນຄັ້ງນີ້

,

,

,,

,,

ຄລີບ

Leave a Reply

Your email address will not be published. Required fields are marked *

Back to top button