ເບີ່ງແລ້ວໄຫ້ນຳ!..ລົດພ່ວງຕຳລົດເຈົ້າບ່າວ ໄປຕຳອັດແຟນສາວເສຍຊີວິດ

ອຸບັດເຫດ​ ລົດ​ບັນ​ທຸກ 18 ລໍ້​ຢາງ​ແຕກ ພຸ່ງ​ຊົນ​ລົດ​ຈອດຕາມ​ຖະໜົນ​ທັງຫມົດ 4 ຄັນ ຕາຍ 1 ບາດ​ເຈັບ 2 .

ສຸດ​ເສົ້າ​ສາວ​ໄວ 27 ປີ​ຈະ​ແຕ່ງ​ງານ 25 ທັນວາ ນີ້ ເລີກ​ງານ​ຍ່າງ​ອອກຈາກ​ໂຮງ​ງານ ໂດຍ​ແຟນຂັບ​ຣົດ​ປາ​ເຈ​ໂຣ່​ມາ​ລໍ​ຮັບແຕ່ຫລັງລົດບັນທຸກແລ່ນໄວມາຕຳລົດ​ທະລຸມາຕຳ​​ແຟນ​ສາວ​ທີ່​ກຳ​ລັງ​ຍ່າງ​ມາ​ຂຶ້ນ​ລົດ​ພໍ​ດີອັດ​ຮ່າງ​ກັບ​ລົດ​​ເສຍຊີວິດ​ຄາ​ທີ່

ໃນວັນທີ 8/12/2022 ນີ້ ໄດ້ມີເຫດເກີດຂື້ນຢ່າງສຸດເສົ້າ ເຊີ່ງ ມີຄູ່ບ່າວສາວ ທີ່ຈະແຕ່ງງານກັນໃນມື້ວັນທີ 25 /12/2022 . ໃນມື້ວັນທີ 8 ທັນວາ ນີ້ ເຈົ້າບ່າວ ( ທ້າວ ຊົນທິ ບຸນລ້ຳ ອາ​ຢຸ 30 ປີ )

ໄດ້ໄປຮັບເຈົ້າສາວ ( ນາງ ນັດ ອາ​ຢຸ 27 ປີ ເປັນພະນັກງານໂຮງງານ ) ແລ້ວເວລາໄປຮອດທີ່ຫນ້າໂຮງງານ ທ້າວບຸນລ້ຳກໍ່ໄດ້ໄປຮອດຢູ່ຫນ້າໂຮງງານ ນາງ ນັດກໍ່ຍ່າງອອກມາ

ແລ້ວກຽມຂື້ນລົດ ຂະນະນັ້ນໄດ້ມີລົດບັນທຸກ18ລໍ້ ແລ່ນໄວມາຕຳເອົາລົດປາເຈໂຣລົດ​ຂອງທ້າວ ຊົນທິ ບຸນລ້ຳ ເຮັດໃຫ້ລົດ​ກະເດັນຫມູນພຸ່ງໄປອັດຮ່າງແຟນໃສ່ລົດທີ່ຈອດຂ້າງເສົາໄຟຟ້າ ເຮັດໃຫ້ແຟນ ( ນາງນັດ ) ເສຍຊີວິດຄາທີ່

ຊົມຄລີບ

ເຫດຄັ້ງນີ້ ແມ່ນມີລົດຈັກຈຳນວນ3 ຄັນ ແລະ ມີ ລົດໃຫຍ່ 2 ຄັນ ໄດ້ຮັບຄວາມເສຍຫາຍ, ມີຜູ້ບາດເຈັບ 1 ຄົນ, ເສຍຊີວິດ 1 ຄົນ.

Leave a Reply

Your email address will not be published. Required fields are marked *

Back to top button