ຈົບແຄ່ນີ້!..ມື້ເອົາກະບອກ ມື້ເລີກກະຂໍບອກເດີ້

ມື້ເອົາກະບອກ ມື້ເລີກກະຂໍບອກເດີ້ ເພື່ອຄວາມກະຈ່າງແຈ້ງແລະຊັດເຈນ

11/11/2019 ສະຫຼະໂສດ 11/11/2022 ໂສດ ຮອດມື້ນີ້ພວກເຮົາສອງຜົວເມຍຕັດສິນໃຈຕົງກັນແລ້ວວ່າການຈົບກັນຄືທາງທີ່ເຮົາເລືອກ ຄວາມສຳພັນຂອງຜົວເມຍຂາດໄປແລ້ວ ແຕ່ຄວາມເປັນພໍ່ແລະເປັນແມ່ໃຫ້ທາດາບໍ່ມີມື້ຂາດ.

ມ່ອມກະຍັງເຮັດໜ້າທີ່ແມ່ດູແລລູກ ລຸງກະເຮັດໜ້າທີ່ພໍ່ທີ່ຊ່ວຍລ້ຽງລູກທາງດ້ານຄ່າໃຊ້ຈ່າຍແລະເວລາ ຍັງພາອ້າຍທາດາຂີ່ລົດເລາະທຸກມື້ທີ່ລຸງວ່າງຄືເກົ່າແລະລຸງຈະພະຍາຍາມເຮັດໜ້າທີ່ພໍ່ທີ່ດີ.

ສ່ວນລຸງກັບເມຍກະຍັງເວົ້າກັນຄືເກົ່າບໍ່ໄດ້ຜິດຫຼືຮ້າຍກັນຕັ້ງແຕ່ມື້ເອົາກັນຈົນຮອດມື້ທີ່ປະກັນເພາະການຈະປະຮ້າງກັນບໍ່ຈຳເປັນຕ້ອງຖ້າໃຫ້ເຖິງຈຸດທີ່ຜິດກັນດ່າກັນຫຼືຕົບຕີກັນ

ຖ້າຮອດຈຸດນັ້ນມັນຊິແນມໜ້າກັນບໍ່ຕິດ ຢູ່ນຳກັນແລ້ວບໍ່ມີຄວາມສຸກກະແຍກຍ້າຍນັ້ນຄືສິ່ງທີ່ເຮົາສອງຄົນໄດ້ເລືອກແລ້ວ ບໍ່ມີຫຍັງຫຍຸ້ງຍາກຊັບຊ້ອນແລະບໍ່ມີຫຍັງຊີຣຽສ ພວກເຮົາຍັງຮັກແພງກັນດີ. ຂອບເຈີ

..

Leave a Reply

Your email address will not be published. Required fields are marked *

Back to top button