ແຫ່ກັນຂໍນ້ຳເຫຼັກໄຫຼເອົາໄປກິນຮັກສາໂຣກ

ປະຊາຊົນໃນປະເທດໄທ ແຫ່ກັນຂໍເຫຼັກໄຫຼຈາກເຈົ້າຂອງບ້ານ ຄາດວ່າແຕ່ລະມື້ມີປະຊາຊົນແຫ່ກັນມາຫຼາຍກວ່າ 10.000 ຄົນ ແລະ ຍັງຢືນຢັນວ່າບໍ່ໄດ້ສ້າງເລື່ອງຕົວະປະຊາຊົນແນ່ນອນ.

ວັນທີ 10 ພະຈິກ 2022 ເກີດປາກົດການທີ່ປະຊາຊົນໄດ້ແຫ່ກັນໄປຂໍຮັບນ້ຳເຫຼັກໄຫຼຮັກສາໂຣກຢ່າງວຸ່ນວາຍ ໃນແຂວງກະບີ່ ປະເທດໄທ ແລະ ມີຄົນຈຳນວນຫຼາຍມາຕໍ່ຄິວເພື່ອມາເອົານ້ຳເຫຼັກໄຫຼຢູ່ບ້ານ ທ້າວ ຣິນ ລັກສາວົງ ອາຍຸ 43 ປີ ເຈົ້າຂອງເຫຼັກໄຫຼມູນຄ່າ 100 ລ້ານບາດ ທີ່ໄດ້ກ່າວວ່າ ນຳເອົາເຫຼັກໄຫຼມາປຸກເສກນ້ຳດື່ມຮັກສາໂຣກໄດ້.

ເຊິ່ງໃນຊ່ວງເຊົ້າຂອງມື້ນີ້ ມີຄົນມາຮັບບັດຄິວຫຼາຍກວ່າ 5.000 ຄົນ ໂດຍຄາດວ່າພາຍໃນມື້ໜຶ່ງມີປະມານ 10.000 ມາຕໍ່ບັດຄິວເພື່ອເອົານ້ຳເຫຼັກໄຫຼ ສົ່ງຜົນໃຫ້ບໍລິເວນບ້ານນັ້ນມີຄົນລັ່ງໄຫຼເຂົ້າມາຈຳນວນຫຼາຍ ແລະ ມີປະຊາຊົນມາຕັ້ງຈຸດຂາຍຂອງກິນອີກດ້ວຍ.

ຂະດຽວກັນ ມີເຈົ້າໜ້າທີ່ກະຊວງສາທາລະນະສຸກ ໄດ້ເດີນທາງມາເພື່ອເກັບເອົາຕົວຢ່າງນ້ຳທີ່ຜ່ານການປຸກເສກ 24 ແກ້ວ ໄປກວດ ແລະ ຍັງລໍຖ້າຜົນກວດອີກ 21 ມື້.

ຢ່າງໃດກໍຕາມເຈົ້າໜ້າທີ່ກໍຍັງໄດ້ເຂົ້າໄປກວດພາຍໃນຫ້ອງທີ່ປຸກເສກນ້ຳເຫຼັກໄຫຼ ປາກົດວ່າ ນ້ຳນັ້ນເປັນນ້ຳເອົາມາຈາກໂຮງງານນ້ຳດື່ມ ແລະ ມີການກອງນ້ຳເປັນທີ່ຮຽບຮ້ອຍ ແຕ່ມັນກໍຍັງບໍ່ໄດ້ຖືກຂ້າເຊື້ອແບັກທີເລຍທີ່ມານຳນ້ຳ.

ແຫຼ່ງຂ່າວຈາກ ໄທຣັດ

Leave a Reply

Your email address will not be published. Required fields are marked *

Back to top button