ພົບສົບຍິງສາວໄຫຼນໍ້າຂອງຄ້າງທີ່ທ່າບ້ານສາຍລົມ ນະຄອນ ຫລວງພະບາງ

ເຫດຄົນຕາຍໄຫລນ້ຳ ໃນວັນທີ 07 ຕຸລາ 2022 ເວລາ 15:03ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຜູ້ເສຍຊີວິດໄຫລນ້ຳຂອງຢູ່ທ່າບ້ານ ສາຍລົມ ນະຄອນຫລວງພະບາງ

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຍິງ 01 ຄົນ: ປັດຈຸບັນແມ່ນບໍ່ຮູ້ຊື່ແລະປະຫວັດຂອງຄົນເສຍຊີວິດ

#ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ

ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ

ປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະຫນາ

ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ

Leave a Reply

Your email address will not be published. Required fields are marked *

Back to top button