ອັດຕະປືກວດ ພົບການລັກລອບການຂຸດຄົ້ນແຮ່ທາດແບບບໍ່ຖືກກົດໝາຍ

ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈໍາງວດ III ທີ່ຫາກໍ່ສໍາເລັດລົງຫວ່າງບໍ່ດົນຜ່ານມານີ້ ໃຫ້ຮູ້ວ່າ:

ແຂວງອັດຕະປື ຍັງພົບວ່າມີກຸ່ມຄົນບໍ່ດີສວຍໂອກາດເຂົ້າມາລັກລອບຂຸດຄົ້ນ, ຊື້-ຂາຍແຮ່ທາດແບບຊະຊາຍ, ເຊິ່ງໃນໄລຍະຜ່ານມາອົງການປົກຄອງແຂວງ, ເມືອງ, ຂະແໜງການພະລັງງານ ແລະ ບໍ່ແຮ່ ກໍໄດ້ອອກຄຳສັ່ງ,

ແຈ້ງການ ແລະ ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ລວມທັງເຈົ້າໜ້າທີ່ ປກສ-ປກຊ ຮ່ວມກັນເຄື່ອນໄຫວລາດຕະເວນຢ່າງເປັນປົກກະຕິ, ພ້ອມທັງກັກຕົວຜູ້ລະເມີດມາສຶກສາອົບຮົມ ແລະ ປັບໃໝຫຼາຍຄັ້ງ ແລະ ອອກແຈ້ງຫ້າມ ແລະ ວາງມາດຕະການຕໍ່ຜູ້ລະເມີດ

ແຕ່ສ່ວນຫຼາຍແມ່ນຍ້ອນການມີສ່ວນຮ່ວມຂອງບ້ານ, ຂອງປະຊາຊົນເຂດດັ່ງກ່າວ ຍັງມີການລັກລອບຂຸດຄົ້ນແຮ່ທາດ ແລະ ຍັງມີການຊື້ການຂາຍກັນແບບຊະຊາຍ, ຈຸດລັກລອບຢູ່ເຂດລຽບຕາມຊາຍແດນລາວ-ຫວຽດນາມ, ເຂດຫ່າງໄກສອກຫລີກ ພູຜາສູງຊັນເສັ້ນທາງໄປມາຍາກ

ໂດຍສະເພາະແມ່ນໄລຍະລະດູຝົນ ຈຶ່ງເຮັດໃຫ້ການກວດກາລາດຕະເວນຂອງເຈົ້າໜ້າທີ່ຂອງລັດ ເຄື່ອນໄຫວລາດຕະເວນສະກັດກັ້ນການລັກລອບພົບຄວາມຫຍຸ້ງຍາກ, ເວລາເຈົ້າໜ້າທີໄປກວດກາກໍ່ຢຸດຕິ, ຢຸດເຊົາ, ແຕ່ເວລາເຈົ້າໜ້າທີ່ກັບມາກໍເຂົ້າໄປລັກລອບອີກ

ຕໍ່ກັບບັນຫາດັ່ງກ່າວເຮັດໃຫ້ສິ້ນເປືອງງົບປະມານຂອງລັດຢ່າງຫຼວງຫຼາຍ ແລະ ບໍ່ສາມາດຢຸດຕິໄດ້. ແຕ່ເຖິງຢ່າງໃດກໍຕາມຂະແໜງການ ພະລັງງານ ແລະ ບໍ່ແຮ່ ຂອງແຂວງ ກໍໄດ້ເອົາໃຈໃສ່ເຄື່ອນໄຫວຕາມສິດພາລະບົດບາດ, ຕາມທິດຊີ້ນໍາຂອງຂັ້ນເທິງ ບໍ່ວ່າສາຍຕັ້ງກໍ່ຄືສາຍຂວາງຢ່າງເປັນເຈົ້າການ.

ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຍັງໃຫ້ຮູ້ຕື່ມວ່າ: ໄລຍະ 9 ເດືອນປີ 2022 ການຈັດຕັ້ງປະຕິບັດວຽກຄຸ້ມຄອງ ແລະ ພັດທະນາດ້ານທໍລະນີສາດ ແລະ ບໍ່ແຮ່ ພາຍໃນແຂວງອັດຕະປື ໄ

ດ້ການຄຸ້ມຄອງຢ່າງເປັນລະບົບ ໂດຍສະເພາະບັນດາໂຄງການ ແລະ ກິດຈະການ ທີ່ໄດ້ເຄື່ອນໄຫວ ຊອກຄົ້ນ-ສໍາຫຼວດ ຄື: ໂຄງການຊອກຄົ້ນ-ສຳຫຼວກແຮ່ທາດພາຍໃນແຂວງທີ່ຂັ້ນສູນກາງອະນຸຍາດມີ 10 ບໍລິສັດ, ມີ 15 ກິດຈະການ, ໃນນີ້ ຢູ່ໃນຂັ້ນຕອນຊອກຄົ້ນແຮ່ທາດມີ 2 ກິດຈະການ,

ສຳຫຼວດແຮ່ທາດ ມີ 12 ກິດຈະການ ແລະ ຢູ່ໃນຂັ້ນຕອນບົດວິພາກເສດຖະກິດ-ເຕັກນິກ 1 ກິດຈະການ ໃນເນື້ອທີ່ທັງໝົດ 2.766 ກວ່າກິໂລຕາແມັດ.

ໂຄງການສຶກສາ – ເກັບກຳຂໍ້ມູນ ແລະ ສຳຫຼວດທ່າແຮງແຫຼ່ງແຮ່ທີ່ໄດ້ເຊັນ MOU ກັບອົງການປົກຄອງແຂວງ ມີ 2 ໂຄງການຄື: ໂຄງການສຶກສາ-ເກັບກຳຂໍ້ມູນ ແລະ ສຳຫຼວດທ່າແຮງແຫຼ່ງແຮ່ແກ້ວນາງຝານ, ເຂດພູໝາກກ້ຽງ, ເມືອງພູວົງ ມີເນື້ອທີ່ 31 ກວ່າເຮັກຕາ ໄດ້ຊີ້ນສຸດສັນຍາຄຸ້ມຄອງແລ້ວ,ລໍຖ້າຜ່ານລາຍງານຜົນການສຳຫຼວດ.

ໂຄງການສຶກສາ-ເກັບກຳຂໍ້ມູນ ແລະສຳຫຼວດທ່າແຮງແຫຼ່ງຫີນປາໂກດິດ, ເມືອງພູວົງ ມີເນື້ອທີ່ 10 ກິໂລຕາແມັດ, ບໍລິສັດໄດ້ສຳເລັດຜ່ານບົດລາຍງານຜົນການສຳຫຼວດ ແລະ ໄດ້ສະເໜີເນື້ອທີ່ 4 ເຮັກຕາ ເພື່ອຂໍຂຸດຄົ້ນ, ສ່ວນເນື້ອທີ່ຍັງເຫຼືອ 996 ເຮັກຕາແມ່ນຮັກສາໄວ້ ເພື່ອສຳຫຼວດລະອຽດ,

ສ່ວນບັນດາໂຄງການ ແລະກິດຈະການ ທີ່ໄດ້ເຄື່ອນໄຫວ ຂຸດຄົ້ນ ແລະ ປຸງແຕ່ງ ມີຄື: ຂັ້ນສູນກາງອອກອະນຸຍາດ 6 ບໍລິສັດ,ມີ 6 ກິດຈະການ,ແຮ່ທາດອອກອະນຸຍາດມີ: ແຮ່ຄຳ,ແຮ່ຊືນ-ແຮ່ເງິນ ແລະ ຫີນປາໂກໄດ,

ຂັ້ນແຂວງອອກອະນຸຍາດ 6 ບໍລິສັດ 6 ກິດຈະການ,ແຮ່ທາດອະໂລຫະສຳລັບການກໍ່ສ້າງ,ຫີນຊາຍ,ຫີນຣີໂອລິດ,ຫີນດີໂອໄຣ ແລະ ຫີນບາຊານ,ຂັ້ນເມືອງອອກອະນຸຍາດມີ 14 ບໍລິສັດ,ມີ 14 ກິດຈະການ,ແຮ່ທາດທີ່ອອກອະນຸຍາດມີ: ດິນໜຽວຜະລິດດິນຈີ່ 11 ກິດຈະການ ແລະ ນ້ຳບາດານ 3 ກິດຈະການ.

ຂ່າວ: ວັດທະນາ

Leave a Reply

Your email address will not be published. Required fields are marked *

Back to top button