ລົດໄຟລາວ-ຈີນ ໄດ້ນຳເອົາຜົນປະໂຫຍດຕົວຈິງຢ່າງໃຫຍ່ຫຼວງມາໃຫ້ຊາດ, ປະຊາຊົນລາວ, ນັບທັງປະຊາຊາດໃນອາຊຽນ ແລະໃນໂລກ

ລົດໄຟລາວ-ຈີນ ໄດ້ນຳເອົາຜົນປະໂຫຍດຕົວຈິງຢ່າງໃຫຍ່ຫຼວງມາໃຫ້ຊາດ, ປະຊາຊົນລາວ, ນັບທັງປະຊາຊາດໃນອາຊຽນ ແລະໃນໂລກ

ໃນງານຖະແຫຼງຂ່າວໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ທີ່ຈັດຂື້ນເມື່ອວັນທີ 8 ພະຈິກນີ້, ທີ່ໂຮງແຮມແລນມາກ, ທ່ານ ບົວເງິນ ຊາພູວົງ ປະທານສະມາຄົມສິລະປິນແຫ່ງຊາດລາວ, ຄະນະກຳມະການສະມາຄົມມິດຕະພາບລາວ-ຈີນ ໄດ້ກ່າວວ່າ:

ໃນໂຄງການນີ້, ນັກປະພັນລາວເຮົາຈະໄດ້ຝົນປາຍປາກກາພັນລະນາໃຫ້ເຫັນເຖິງຜົນປະໂຫຍດທີ່ຊາດ ແລະປະຊາຊົນລາວ, ນັບທັງປະຊາຊາດໃນອາຊຽນ ແລະໃນໂລກ ໄດ້ຮັບຜົນປະໂຫຍດນຳໃນການເດີນທາງຜ່ານທາງລົດໄຟລາວ-ຈີນ.

ຂ້າພະເຈົ້າມີຄວາມຫວັງວ່າ, ພາຍຫຼັງນັກປະພັນລາວຊຸດນີ້ໄດ້ໄປສຳພັດຕົວຈິງໃນທຸກອະລິຍະບົດຂອງທາງລົດໄຟລາວ-ຈີນແລ້ວ, ທຸກບົດປະພັນບໍ່ວ່າຈະເປັນບົດບັນທຶກຍາວ, ສັ້ນ, ກາບກອນ, ກາຕູນ, ສຽງເພງ, ຮູບແຕ້ມ ທີ່ນັກປະພັນໄດ້ພັນລະນາອອກມານັ້ນ

ຈະສາມາດວາດພາບເຫັນເຖິງຄວາມປະທັບໃຈ ແລະສ່ອງແສງໄດ້ຄວາມເປັນຈິງຢ່າງພາວະວິໄສຂອງຜົນປະໂຫຍດທີ່ໄດ້ຮັບ, ຄວາມພໍໃຈຂອງປະຊາຊົນ ແລະຜູ້ເດີນທາງຄັ້ງນີ້.

ທ່ານ ບົວເງິນ ຊາພູວົງ ກ່າວຕື່ມອີກວ່າ: ໃນປະຫວັດສາດລາວຕະຫຼອດໄລຍະຜ່ານມາຍັງບໍ່ເຄີຍມີທາງລົດໄຟທີ່ສວຍງາມສະດວກສະບາຍຄືແນວນີ້, ອັນນີ້ແມ່ນສະແດງເຖິງຜົນງານຂອງພັກ ແລະລັດຖະບານລາວກໍຄືລະບອບໃໝ່ຂອງພວກເຮົາທີ່ຍາມໃດກໍຍຶດໝັ້ນຕໍ່ພັກ,

ລັດຖະບານແລະປະຊາຊົນຈີນແມ່ນເພື່ອນມິດຍຸດທະສາດທີ່ໝັ້ນຄົງຍາວນານ, ລາວ-ຈີນ ກາຍເປັນຄູ່ຮວ່ມຊາຕາກຳອັນດຽວກັນຕະຫຼອດໄປ.

ມາຮອດປັດຈຸບັນ, ເຖິງສະພາບສາກົນຈະມີການປ່ຽນແປງໃນຮູບແບບທີ່ສັບສົນ, ແຕ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າທີ່ໜັກແໜ້ນ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ,

ໂດຍສະເພາະແມ່ນພາຍຫຼັງທີ່ສອງພັກ ໄດ້ລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ການພົວພັນຮ່ວມມືສອງຝ່າຍໃນທຸກຂະແໜງການ ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເຂົ້າສູ່ລວງເລິກ ຢ່າງເປັນຮູບປະທໍາ, ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍໄລຍະໃໝ່ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ,

ປະກອບສ່ວນຊຸກຍູ້ພາລະກິດກໍ່ສ້າງສັງຄົມນິຍົມຢູ່ ສອງປະເທດ ໄປສູ່ຈຸດໝາຍທີ່ວາງໄວ້. ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນໄດ້ສືບຕໍ່ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ການສ້າງຕັ້ງຄູ່ຮວ່ມຊາຕາກຳລາວ-ຈີນ, ຫາກບໍ່ແມ່ນເກີດຂື້ນມາແບບບັງເອີນ, ແຕ່ເປັນການສ້າງຂື້ນບົນຈິດໃຈຂອງການນຳສູງສຸດຂອງສອງປະເທດລາວ-ຈີນໄດ້ຕົກລົງຮວ່ມກັນ,ທັງເປັນຄວາມຮຽກ ຮ້ອງຕ້ອງການໃນລະດັບສູງຂອງປະຊາຊົນທັງສອງປະເທດ ແລະ

ກາຍເປັນແບບຢ່າງອັນດີງາມຂອງຄູ່ຮວ່ມຊາຕາກຳຂອງມວນມະນຸດ ແນໃສ່ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດໄປ. ຂ້າພະເຈົ້າມີຄວາມຫວັງວ່າ,

ໃນໂຄງການນີ້ຈະເປັນສວ່ນໜຶ່ງຂອງການປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຈີນ ສືບຕໍ່ຮັດແໜ້ນຂື້ນໄປເລື້ອຍໆ.

ທີ່ມາ crifm93

Leave a Reply

Your email address will not be published. Required fields are marked *

Back to top button