ເຮືອບິນໂດຍສານ ​ຂອງແທນຊາເນຍ ຕົກລົງທະເລ ເນື່ອງຈາກພາຍຸ

ເຮືອບິນ Precision Air ​ຂອງແທນຊາເນຍ ຕົກລົງທະເລ ວິກຕໍເຣຍ ເນື່ອງຈາກມີລົມພາຍຸ ແລະ ຝົນຕົກໜັກ.

ຕາມການລາຍງານສະຖານີວິທະຍຸກະຈາຍສຽງ Tanzanian (TBC) ກ່າວວ່າ

ຍົນລຳນີ້ມີຜູ້ໂດຍສານທັງຫມົດ 43 ຄົນ. ໃນນັ້ນ ຫນ່ວຍກູ້ໄພໄດ້ຊ່ວຍເຫລືອ 26 ຄົນ ອອກມາໄດ້ ແລະ ນຳສົ່ງໂຮງຫມໍແລ້ວ, ສ່ວນທີ່ເຫລືອແມ່ນ ຫນ່ວຍກູ້ໄພຍັງບໍ່ສາມາດນຳອອກມາໄດ້ເທື່ອ, ແລະ ຄາດວ່າ ມີຜູ້ເສຍຊີວິດຢ່າງຫນ້ອຍ 10 ຄົນ

ຈາກເຫດເຮືອບິນ Precision Air ​ຂອງແທນຊາເນຍ ຕົກລົງທະເລສາບ ວິກຕໍເຣຍ , ບໍ່ພໍເທົ່າໃດຊົ່ວໂມງຜ່ານມາ , ຂະນະນີ້​ຍັງ​ບໍ່​ຮູ້​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ຈັກຄົນ.

ໂດຍເຮືອບິນລຳດັ່ງກ່າວໄດ້ອອກເດີນທາງຈາກນະຄອນຫຼວງ Dar es Salaam ແລະ ຕົກລົງໃນ ທະເລສາບ Victoria ຍ້ອນລົມພະຍຸ ແລະຝົນຕົກໜັກ.

ຊົມຄລີບ

ແຫຼ່ງ: AEROLAOS

Leave a Reply

Your email address will not be published. Required fields are marked *

Back to top button