ສປປ​ ລາວ ເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ ” ປິ່ນປົວໂຄວິດ-19 ໃນເດືອນທັນວານີ້

ສປປ​ ລາວ ຈະເລີ່ມຜະລິດຢາເມັດ “ໂມນນູພິຣາເວຍ ” ປິ່ນປົວໂຄວິດ-19 ໃນເດືອນທັນວານີ້

ອີງຕາມການລາຍງານຂອງ​ ໜັງສືພິມ Vientiane Times​ ວ່າ: ກະຊວງສາທາລະນະສຸກ ອະນຸມັດໃຫ້ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ ເຊິ່ງເປັນຢາເມັດ ເພື່ອໃຊ້ປິ່ນປົວພະຍາດໂຄວິດ-19.ທ່ານ ພູໂຂງ ໂຈມມາລາ ຮອງຜູ້ນຳນວຍການລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສຳພາດກັບ Vientiane Times

ເມື່ອວັນທີ່ 18 ພະຈິກ 2021​ ຜ່ານມາວ່າ: ໂຮງງານຈະເລີ່ມຜະລິດຢາໃນເດືອນທັນວາ 2021 ນີ້ ຕາມຄຳແນະນຳຂອ​ງ​ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.ທ່ານ ພູໂຄງ ໂຈມມາລາ​ ກ່າວວ່າ: ພວກເຮົາຄາດຫວັງວ່າຈະສາມາດສະໜອງຢານີ້ໃນເບື້ອງຕົ້ນ ໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,000 ຄົນ

ພາຍໃຕ້ໂຄງການເລີ່ມຕົ້ນຜະລິດ ເຊິ່ງໂຄງການດັ່ງກ່າວຈະໄດ້ຮັບການກວດສອບໂດຍອົງການອະນາໄມໂລກ.ການໃຊ້ຢາໃໝ່ໃນການປິ່ນປົ່ວພະຍາດໂຄວິດ-19 ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການເລີ່ມຕົ້ນຜະລິດຢານີ້ ໄດ້ກຳນົດເອົາຜູ້ຕິດເຊື້ອທີ່ມີອາຍຸລະຫວ່າງ 18-65 ປີ

ເປັນກຸ່ມເປົ້າໝາຍ ເປັນຜູ້ທີ່ມີອາການເບົາບາງ ຫາ ປານກາງ ແລະ ຢູ່ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອ, ຜູ້ທີ່ຈະກິນຢານີ້ໃນການປິ່ນປົວ ຕ້ອງບໍ່ມີອາການປອດບວມ ຫຼື ຂາດອົກຊີແຊນ ໂດຍຈະໄດ້ກິນຢາເປັນເວລາ 5 ວັນ.ຢາໂມນນູພິຣາເວຍ (Molnupiravir) ເປັນຢາເມັດຊະນິດກິນ ອອກລິດຕ້ານໄວຣັສ

ພັດທະນາຂຶ້ນເພື່ອໃຊ້ປິ່ນປົວໄຂ້ຫວັດໃຫຍ່ ໂດຍເກີດຈາກການຮ່ວມມືໃນການພັດທະນາຂອງບໍລິວັດ Ridgebback Biothera peuthisc ປະເທດ ສ.ອາເມຣິກາ ແລະ ບໍລິສັດ Merck ປະເທດເຢຍລະມັນ ມີລິດຕໍ່ຕ້ານໄວຣັສໂຄໂຣນາຫຼາຍຊະນິດເຊັ່ນ: SARS, MERS ແລະ ໂຄວິດ-19.ເຊິ່ງເມື່ອວັນທີ 28 ຕຸລາ 2021 ທີ່ຜ່ານມາ ບໍລິສັດ Merck ໄດ້ລົງນາມຕົກລົງດ້ານສິດທິບັດ ກັບ

ອົງການບໍລິຫານສິດທິບັດຢາຮ່ວມ ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເປີດທາງໃຫ້ປະເທດລາຍໄດ້ຕ່ຳເຂົ້າເຖິງສູດ ແລະ ສາມາດຜະລິດຢາໂມນນູພິຣາເວຍເອງ ເພື່ອຊ່ວຍຫຼຸດຜ່ອນຄວາມແຕກໂຕນໃນການເຂົ້າເຖິງຢາປິ່ນປົວພະຍາດໂຄວິດ-19.ຂໍ້ຕົກລົງດັ່ງກ່າວຄວບຄຸມປະເທດທີ່ມີລາຍໄດ້ປານກາງ ແລະ ລາຍໄດ້ຕ່ຳ 105 ປະເທດໃນອາຟຣິກາ ແລະ ອາຊີ ເຊິ່ງປະເທດໃນອາຊຽນໃນລາຍຊື່ປະກອບມີ:

ສປປ​ ລາວ, ມຽນມາ, ກຳປູເຈຍ, ຫວຽດນາມ, ຟິລິບປິນ ແລະ ອິນໂດເນເຊຍ.ອົງການບໍລິຫານສິດທິບັດຢາຮ່ວມ ຈະໃຫ້ສູດການຜະລິດຢາໂມນນູພິຣາເວຍ ແກ່ບໍລິສັດຜູ້ຜະລິດທີ່ມີຄຸນສົມບັດເໝາະສົມ ໂດຍ Merck ຈະບໍ່ເກັບຄ່າຕອບແທນ ຕາບໃດທີ່ໂຄວິດ-19 ຍັງເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ.

Leave a Reply

Your email address will not be published. Required fields are marked *

Back to top button