ເກີດເຫດໄຟໄໝ້ ໂຮງຮຽນ ປະຖົມ ຢູ່ບ້ານ ປ່າຄາ ເມືອງຄອນ ແຂວງໄຊຍະບູລີ

ໃນວັນທີ 02/01/2023 ເວລາ 01ໂມງ10 ນາທີ ຕອນກາງຄືນ ໄດ້ເກີດເຫດໄຟໄໝ້ ໂຮງຮຽນ ປະຖົມ ຢູ່ບ້ານ ປ່າຄາ ເມືອງຄອນ ແຂວງໄຊຍະບູລີ

– ຜົນເສຍຫາຍ: ໂຮງຮຽນ01 ຫຼັງ

– ມູນຄ່າເສຍຫາຍ: 101,605 000 ກີບ

– ສ່ວນສາເຫດ: ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

ເຫດການດັ່ງກ່າວແມ່ນໄດ້ເຮັດໃຫ້ເກີດຜົນເສຍຫາຍແກ່ຊິວິດ ສັບສິນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ອ້າຍນ້ອງນັກຮຽນ ບໍ່ມີບ່ອນຮຽນໜັງສື ຄູອາຈານ ບໍ່ມີບ່ອນເຮັດວຽກ

ດັ່ງນັ້ນຈື່ງຍາກໃຫ້ພໍ່ແມ່ ປະຊາຊົນທຸກຄົນ ຕ້ອງມີສະຕິລະວັງຕົວຕະຫຼອດເວລາ ເພາະພວກເຮົາບໍ່ຮູ້ວ່າເວລາໃດຊິເກີດໄຟໄໝ້ ໃນການນຳໃຊ້ໄຟຟ້າ ຫຼື ໄຟແຕ່ງຢູ່ຄົວກິນຕ່າງໆ ແມ່ນໃຫ້ລະມັດລະວັງ ດັ່ງຄຳສຸພາສິດເພີ່ນວ່າ:

ໂຈນເຮືອນບ້ານ10ເທື່ອບໍ່ເທົ່າໄຟໄໝ້ບ້ານເທື່ອດຽວ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button