ກິດຈະກຳ ແລ່ນ+ຄອນເສີດ ການກຸສົນ ລາຍຮັບທັງຫມົດຈະໄດ້ນຳໄປມອບໃຫ້ຄົນເຈັບທຸກຍາກ

ກິດຈະກຳແລ່ນ+ຄອນເສີດ ການກຸສົນ ລາຍຮັບທັງຫມົດຈະໄດ້ນຳໄປມອບໃຫ້ຄົນເຈັບທຸກຍາກ ໂດຍຜ່ານ ກຊ ສາທາ. ເຮັດບຸນນຳກັນເດີ້ ພີ່ນ້ອງ FC ທຸກທ່ານ

ກິດຈະກຳນີ້ນອກຈາກການກຸສົນແລ້ວ ຜົນໄດ້ດ້ານເສດຖະກິດແມ່ນດຶງນັກທ່ອງທ່ຽວເຂົ້າມາໄດ້ຕື່ມກັນ ເຊີນ ນັກທຸລະກິດ ນັກລົງທຶນ ມາຊ່ວງບຸນທາດຫລວງນີ້ແມ່ນໄດ້ກຳໄລຫລາຍດ້ານ ໃຫ້ພວກເພິ່ນມາເຫັນບຸນປະເພນີ ວັດທະນະທຳ ຫລາຍຮູບຫລາຍສີ ແລະເພື່ອນບ້ານ ອາຊຽນນຳ.

ກິດຈະກຳ ບຸນປະເພນີກິດຈະກຳບັນເທິງ ກໍແມ່ນນຶ່ງໃນອົງປະກອບທີ່ປິ່ນອ້ອມ ອຸດສະຫະກຳການທ່ອງທ່ຽວ.

ດ້ານການທ່ອງທ່ຽວ ໃຫ້ມາເຫັນວ່າ ເສດຖະກິດເຮົາບໍ່ໄດ້ງຽບເຫງົາ ໃຫ້ມາເຫັນສັນຍານການຟື້ນໂຕ ດ້ວຍໂຕພວກເພິ່ນເອງ ບໍ່ຟັງແຕ່ຂ່າວຊ່າລື ພວກເຮົາຄົນລາວທຸກຄົນ ຂໍໃຫ້ເປັນເຈົ້າພາບທີ່ດີຮ່ວມກັນເດີ້ພີ່ນ້ອງ ຜິດຖືກປະການໃດໃຫ້ອະໄພເຊິ່ງກັນແລະກັນຖອນຖອນເປັນບົດຮຽນ.

ປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ປະເທດໃດໃນໂລກກາມີຫມົດ ເຖິງຈະຈະເລີນຊໍ່າໃດກໍປັດສະຈາກບໍ່ໄດ້ ສຳຄັນແມ່ນ ເກີດແລ້ວເຮົາຄຸມສະຖານະການໄດ້ ແລ້ວງານສາມາດດຳເນີນປົກກະຕິ ນັ້ນແມ່ນເຮົາສຸດຍອດ ແລະ

ສາມາດເອົາເປັນໂຕຊີ້ວັດຜົນງານ ຊ່ວງນີ້ມີຫລາຍກິດຈະກຳ ສູ້ໆເດີ້ ອ້າຍນ້ອງກຳລັງປ້ອງກັນເຮົາ ຍາມບຸນເຮົາເຮັດວຽກ ບໍລິການຮັກສາຄວາມສະງົບ ໃຫ້ ປຊ ໄດ້ທ່ຽວຢ່າງສະບາຍໃຈ ບໍ່ມີໂອກາດໄດ້ພາຄອບຄົວພາແຟນໄປທ່ຽວ.

ສູ້ໆເດີ້ ອ້າຍນ້ອງ ປກສ ປກຊ ເຮົາ ເປັນກຳລັງໃຈໃຫ້ທຸກກຳລັງ

ງານການກຸສົນຄັ້ງນີ້ ໂຮງຫມໍກະເສມລາດຂໍປະກອບສ່ວນເຮັດບຸນນຳ 1.000.000.000 ລ້ານກີບ. ຫວັງວ່າງານເລີ້ມເຮົາຈະລະດົມໄດ້ເພີ້ມ ເພື່ອຊ່ວຍສາທາ ນະຄອນຫລວງ ຕື່ມເນາະໃຜສົນໃຈບໍລິຈາກມອບໂດຍກົງແມ່ນສາມາດແຈ້ງເຈດຈຳນົງໄດ້ທີ່ ສະຖານທີ່ຈັດກິດຈະກຳທີ່ບຶ່ງທາດຫລວງໄດ້ເດີ້ ຕອນ 18:00 ຈະມີພິທີມອບຢູ່ເວທີ.

ຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະຫນັບສະຫນູນໃຫ້ກິດຈະກຳການກຸສົນຄັ້ງນີ້ຈັດໄດ້ຕາມແຜນ.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button