ຈີນ ນໍາພາປະເທດຈີນເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

ສະຫາຍ ສີ ຈິ້ນຜິງ ຍັງໄດ້ຍົກໃຫ້ເຫັນຕື່ມວ່າ: ພັກກອມ ມູນິດຈີນ ໄດ້ລົງເລິກຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມແຂງຮອບດ້ານ, ຍຶດໝັ້ນທີ່ເອີ້ນວ່າ:

“ຢາກຕີເຫລັກໃຫ້ໄດ້ ຕົນ ເອງຕ້ອງເຂັ້ມແຂງມາກ່ອນ ຢາກພັດທະນາຊາດໃຫ້ດີຂື້ນຕ້ອງໄລ່ລ່າພວກສໍ້ໂກງສໍ້ລາດບັງຫລວງ ໃຫ້ຫມົດກ່ອນ ເພາະ ພວກນີ້ຢູ່ໄປ ກໍ່ໂກງຊາດໃຫ້ລົ້ມໄປ”,

ໄດ້ດັດແກ້ບັນຫາ “4 ແບບ ແຜນ” ດ້ວຍຈິດໃຈແບບຕອກຕະປູ, ຄັດຄ້ານແນວຄິດອະ ພິສິດ ແລະ ປະກົດການອາດຍາສິດ, ສະກັດກັ້ນປະກົດ ການຫຍໍ້ທໍ້ຈໍານວນໜຶ່ງທີ່ຕົກຄ້າງມາແຕ່ດົນ, ແກ້ໄຂບັນຫາຊໍ້າເຮື້ອຈໍານວນໜຶ່ງທີ່ບໍ່ໄດ້ຮັບການແກ້ໄຂມາເປັນເວລາຫລາຍປີ,

ດໍາເນີນການຕໍ່ສູ້ຕ້ານການສໍ້ລາດບັງຫລວງທີ່ບໍ່ເຄີຍມາມາກ່ອນ ແລະ ບໍ່ລັງເລໃນການລົງໂທດພວກສໍ້ລາດບັງຫລວງເປັນຮ້ອຍເປັນພັນຄົນ, ນໍາໃຊ້ມາດຕະການປາບ ປາມປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາຈອກ” ໄປພ້ອມກັນ.

ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນພາລະໜ້າທີ່ຂອງພັກກອມມູ ນິດຈີນໃນຂະບວນການໃໝ່ໃນຍຸກໃໝ່ ເຊີ່ງນັບແຕ່ນີ້ໄປຕ້ອງນໍາພາປະຊາຊົນຈີນສ້າງສາປະເທດສັງຄົມນິຍົມທັນ ສະໄໝທີ່ເຂັ້ມແຂງໃຫ້ສໍາເລັດຢ່າງຮອບດ້ານ, ບັນລຸເປົ້າ ໝາຍສູ້ຊົນ 100 ປີ ປະການທີ 2 ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງຢ່າງຮອບດ້ານມີການວາງແຜນຍຸດທະສາດລວມ ໂດຍແບ່ງເປັນ 2 ບາດກ້າວ ຄື:

ຈາກປີ 2020-2035 ໃຫ້ບັນລຸສັງຄົມນິຍົມທັນສະໄໝ ໂດຍພື້ນຖານ ແລະ ຈາກປີ 2035 ຮອດກາງສະວະວັດທີ 21 ນີ້ ຕ້ອງສ້າງສາປະເທດຈີນເປັນປະເທດສັງຄົມນິຍົມທີ່ມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສວຍງາມ.

ນອກຈາກນີ້ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ຍັງຍົກໃຫ້ເຫັນຜົນສໍາເລັດໃນຫລາຍວຽກງານສໍາຄັນທີ່ຈີນສາມາດປະຕິບັດໄດ້ ເປັນຕົ້ນ:

ການເລັ່ງສ້າງສະພາບການພັດທະນາແບບໃໝ່ ອອກແຮງຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ການປະຕິບັດຍຸດທະສາສ້າງຊາດໃຫ້ຈະເລີນດ້ວຍວິທະຍາສາດ-ການສຶກສາ ເພີ່ມທະວີບົດບາດເສົາຄໍ້າຂອງຊັບພະຍາກອນມະນຸດໃນການສ້າງສາຄວາມທັນສະໄໝ ແລະ ອື່ນໆ ເຊີ່ງສະຫາຍໄດ້ຢືນຢັນວ່າ:

ພັກກອມມູນິດຈີນ ໄດ້ສ້າງພາລະກິດທີ່ຍິ່ງໃຫຍ່ໃນຮອບ 100 ປີ ທ່າມກາງກາງສູ້ຊົນອັນຍິ່ງໃຫຍ່ ແລະ ຈະ ສືບຕໍ່ສ້າງພາລະກິດທີ່ຍິ່ງໃຫຍ່ຄັ້ງໃໝ່ເຊັ່ນດຽວກັນ, ພ້ອມນີ້ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນ ຕ້ອງສາມັກຄີກັນຢ່າງແໜ້ນແຟ້ນຢູ່ອ້ອມຂ້າງສູນກາງພັກ ແລະ ຈົດຈໍາຄໍາວ່າ: “ນໍ້າເຕົ້າເປົ່າເຮັດໃຫ້ປະເທດປະສົບຄວາມເສຍຫາຍ,

ການເຮັດແທ້ທໍາຈິງສາມາດສ້າງຊາດໃຫ້ຈະເລີນ, ຕ້ອງມີຄວາມໝັ້ນໃຈອັນເດັດດ່ຽວ, ຮ່ວມແຮງຮ່ວມໃຈກັນ, ເຮັດວຽກງານຢ່າງທໍລະຫົດອົດທົນ, ບຸກໜ້າບືນຕົວ, ສາມັກຄີສູ້ຊົນເພື່ອສ້າງ ສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ”.

ຂອບໃຈທີ່ມາ: CIP

Leave a Reply

Your email address will not be published. Required fields are marked *

Back to top button