ແຈ້ງປິດດ່ານ ຊົ່ວຄາວ​ເພາະ ຢ້ານໂຄວິດ ພັງ​ເສດຖະກິດ​ອີກ

🔥🔥🔥 ແຈ້ງປິດດ່ານບໍ່ເຕ່ນ-ບໍ່ຫ່ານ ແລະ ດ່ານປາງໄຮ-ດ່ານຊາເຫີ ຊົ່ວຄາວ ເນື່ອງຈາກມີການລະບາດຂອງໂຄວິດ-19 ໃນຂອບເຂດ ເມືອງຫຼ້າ ສປ ຈີນ

ຫົວໜ້າພະແນກການຕ່າງປະເທດແຂວງ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ນັບແຕ່ວັນທີ 21 ມັງກອນ 2022 ຄະນະສະເພາະກິດເມືອງຫຼ້າ ແຂວງ ຢຸນນານ ສປ ຈີນ ໄດ້ແຈ້ງປິດດ່ານເຂົ້າ-ອອກເມືອງຊົ່ວຄາວ

ຊຶ່ງລວມທັງ ການຂົນສົ່ງສິນຄ້າຂ້າມແດນ ແລະ ປະເພດຕ່າງໆ ເນື່ອງຈາກວ່າໃນໄລຍະນີ້ ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເຂດພື້ນທີ່ຕາແສງເມືອງມ້າງ ເມືອງຫຼ້າ.

ເພື່ອຄວາມປອດໄພຕໍ່ກັບສະພາບດັ່ງກ່າວ ຈຶ່ງໄດ້ປິດດ່ານເປັນການ ຊົ່ວຄາວຄື:

1. ດ່ານປາງໄຮ-ດ່ານຊາເຫີ

2. ດ່ານບໍ່ເຕ່ນ-ບໍ່ຫ່ານ.

Leave a Reply

Your email address will not be published. Required fields are marked *

Back to top button