ງາມຫລາຍ!..ງານບຸນນະມັດສະການພະທາດຫລວງປີນີ້ ພວກເຮົາໄດ້ຍົກເອົາຊົນເຜົ່າລາວເທິງ ມາສະແດງ ຈຳລອງ ໃນການແຫ່ຜາສາດເຜີ້ງໃນພະທາດຫລວງ

ງານບຸນນະມັດສະການພະທາດຫລວງປີນີ້ ພວກເຮົາໄດ້ຍົກເອົາຊົນເຜົ່າລາວເທິງ ມາສະແດງ ຈຳລອງ ໃນການແຫ່ຜາສາດເຜີ້ງໃນພະທາດຫລວງ

ເພື່ອຢາກສົ່ງເສີມ ທຸກໆຊົນເຜົ່າທີ່ຢູ່ໃນປະເທດລາວ ເຊິ່ງຊົນເຜົ່າລາວເທິງນີ້ ເປັນອີກຊົນເຜົ່າຫນື່ງທີ່ມີຄວາມເກັ່ງກ້າສາມາດ ມາແຕ່ດັ້ງເດີມ ມີເຄື່ອງແຕ່ງກາຍ ມີພາສາປາກເວົ້າທີເປັນເອກະລັກ

ເຊິ່ງໃນປະຈຸບັນນີ້ໃນງານເທດສະການໃຫຍ່ຂອງລາວກໍຈະເຫັນກຸ່ມຄົນເຜົ່ານີ້ ສະແດງສິລະປະ ແລະ ສ່ວນຫລາຍຈະເປັນຂະບວນນຳຫນ້າເຊັ່ນ:

ການແຫ່ຜາສາດເຜິ້ງຂອງບຸນພະທາດຫລວງ ແລະ ຂະບວນແຫ່ນາງສັງຂານ ຂອງບຸນປີໃຫມ່ລາວ ກໍຈະເຫັນເຊົ່າເຜົ່າລາວເທິງນຳຫນ້າຂະບວນເປັນຕົ້ນ

ເຊິ່ງການສະແດງ ຈຳລອງ ໃນຄັ້ງນີ້ ໂດຍຈະໃຊ້ເຄື່ອງບູຮານ ໃນການຖ່າຍທຳ ເຊິ່ງຈະມີທັງເຄື່ອງເກົ່າ ແລະ ເຄື່ອງໃຫມ່ມາໃຊ້ ໃນດ້ານແຕ່ງກາຍ ເພາະວ່າ

ການທີເອົາເຄື່ອງໃຫມ່ ມາສົບທົບໃນດ້ານແຕ່ງກາຍ ກໍເພາະວ່າເຄື່ອງບູຮານບາງຊິ້ນສ່ວນບາງຢ່າງກໍຫາຍາກຫລາຍ ເລີຍເອົາເຄື່ອງໃຫມ່ທີໃຫ້ມັນໃກ້ຄຽງທີສຸດເຂົ້າມາຊ່ວຍໃນການແຕ່ງກາຍ ເພື່ອໃຫ້ອອກມາຢ່າງສົມບູນແບບໃຫ້ໄດ້ຫລາຍທີ່ສຸດ

ການນຳສະເຫນີໃນຄັ້ງນີ້ ພວກເຮົາມີຈຸດປະສົງ ເພື່ອສົ່ງເສີມວັດທະນະທຳໃຫ້ຊາວຫນຸ່ມເຍົາວະຊົນລາວ ໄດ້ເຫັນເຖິງຄວາມສວຍງາມ ທຸກໆຊົ່ນເຜົ້າ ຢູ່ໃນປະເທດລາວ ແລະ ໄດ້ເຫັນຄວາມເປັນເອກະລັດຂອງລາວ ທີ່ມີຫລາກຫລາຍ ບໍ່ວ່າຈະເປັນດ້ານສິລະປະ ວັດທະນະທຳ ການນຸ່ງຖື ທີ່ແຕກຕ່າງກັນໄປທຸກຊົນຊາດຊົນເຜົ່າໃນລາວລ້ວນແລ້ວ ແຕ່ມີຄວາມສຳຄັນ ແລະ ມີສິດສະເໜີພາບໃນສັງຄົມລາວຂອງພວກເຮົາ

ຂອບໃຈເຄືອງແຕ່ງກາຍງາມໆຈາກ Worldwide Gallery

Ki Vongsavath ພ້ອມດ້ວຍທີມງານ Noy Sisombath

ຂອບໃຈ ນ້ອງໆ ນາງແບບຮ່ວມສະແດງໃນຄັ້ງນີ້

Make up and hair by Kating Ting Onsengphet

Leave a Reply

Your email address will not be published. Required fields are marked *

Back to top button