ມາອ່ານວິທີ ຂໍພອນດວງຈັນ ໃນຄືນວັນທີ 8 ພະຈິກ ເດີ້ ເປັນມື້ ກົບກິນເດືອນ ກົງກັບວັນບຸນທາດດວງ ມື້ຮັບໂຊກໃຫຍ່

ຊວນເບິ່ງ ດວງຈັນທະຄາດ ຫຼື ກົບກິນເດືອນ ໃນວັນທີ 8 ພະຈິກນີ້ ເຊິ່ງກົງກັບວັນບຸນນະມັດສະການພະທາດຫຼວງ. ພິເສດໃນຄັ້ງນີ້ ຈະເຫັນດວງເດືອນເປັນສີເລືອດ ຕັ້ງແຕ່ເວລາປະມານ 15:00 – 21:00.

ດວງເດືອນຈະເລີ່ມເຂົ້າສູ່ເງົາມົວຂອງໂລກ ເວລາ 15:00 ແລະ ເກີດເປັນປາກົດການກົບກິນເດືອນບາງສ່ວນໃນເວລາ 16:00 ຈົນເລີ່ມກິນເຕັມຕົວໃນ ເວລາ 17:15 – 18:40.

ຫຼັງຈາກນັ້ນ ດວງເດືອນຈະເລີ່ມອອກຈາກເງົາມືດ ຈົນເງົາມົວໝົດໄປໃນເວລາປະມານ 19:50 ຈົນສິ້ນສຸດປາກົດການໃນເວລາ 21:00.

.

ປາກົດການຈັນທະຄາດ ຫຼື ກົບກິນເດືອນນີ້ ເປັນປາກົດການທີ່ດວງຕາເວັນ, ໂລກ ແລະ ດວງເດືອນ ໂຄຈອນມາແນວດຽວກັນ ຕັ້ງສາກກັນ, ໂດຍມີໂລກ ຢູ່ລະຫວ່າງກາງ, ເກີດຂຶ້ນໃນໄລຍະທີ່ຂຶ້ນ 15 ຄ່ຳ.

ໃນຕອນທີ່ດວງເດືອນໂຄຈອນຜ່ານເຂົ້າໄປໃນເງົາມືດຂອງໂລກທີ່ສະທ້ອນໄປໃນອະວະກາດ ເຮັດໃຫ້ຜູ້ຄົນຢູ່ເທິງໜ້າໂລກ ເບິ່ງເຫັນດວງເດືອນແຫວ່ງໄປເທື່ອລະໜ້ອຍ ຈົນດວງເດືອນເຂົ້າໄປຢູ່ໃນເງົາມືດ ແລະ ເລີ່ມເຫັນດວງເດືອນແຫວ່ງອີກຄັ້ງ ເມື່ອມັນເຄື່ອນຕົວອອກມາຈາກເງົາມືດຂອງໂລກ.

#ວິທີຂໍພອນດວງຈັນ

ເອົາເງິນໃສ່ກະເປົ໋າເງິນ ຈັດລະບຽບເງິນໃຫ້ເປັນລະບຽບ ຍືນກາງແຈ້ງ ເດີນບ້ານ ຫຼື ລະບຽງເຮືອນ ອະທິຖານຂໍພອນດວງຈັນ ໃຫ້ມີເງິນເຂົ້າມາຕາມຈຳນວນທີ່ຂໍ ດືງດູດໂຊກລາບ ດືງດູດຊັບເຂົ້າມາຫາຕົນເອງ

ຂໍພອນໄດ້ຕັ້ງແຕ່ເວລາ 17.40 ຂອງວັນທີ8 /11/ 2022 ຈົນສິ້ນສຸດຄືນນັ້ນ ແລະ ທີ່ສຳຄັນບໍ່ຄວນໃຫ້ໃຜຍືມເງິນພາຍໃນ 24 ຊົ່ວໂມງ

#ຄາຖາຂໍພອນດວງຈັນ

ໂອມຈັນທຣາ ສາສີປະຖາ ນະມາຮາ ຂໍບາລະມີ ຈາກເທບຈັນທາເທວີ ຜູ້ໃຫ້ ແສງສະຫວ່າງໃນຍາມລາຕີ ໃຫ້ຄວາມສຸກສະຫງົບຮົ່ມເຢັນ ຜູ້ປະທານຄວາມໝັ່ນຄົງ ອຸດົມສົມບູນ ຄວາມສຸກສະຫງົບ ໃຫ້ກັບຂ້າພະເຈົ້າຕະຫຼອດເດືອນ ຈວບຈົນວັນພະຈັນໃຫມ່

ແລະ ນອກຈາກນີ້ ຍັງເປັນວັນ ວັນສຸລິຍະຄາດ ຫຼື ຄວາມເຊື້ອທາງໂຫລາສາດ ເອີ້ນວ່າ ຣາຫູອົມດວງຈັນ ຫຼື ກົບກິນເດືອນ ຈະເກີດຂຶ້ນຊ່ວງປະມານ 16.00 ຫາ 20.00 ເຊິ່ງຈະເກີດໃນຫຼາຍປະເທດ

ຂອບໃຈ: Lao X

Leave a Reply

Your email address will not be published. Required fields are marked *

Back to top button