ເປີດງານບຸນພະທາດຫຼວງຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 4 ພະຈິກ 2022,

ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ, ເອກອັກຄະລັດຖະທູດ, ອຸປະທູດ, ອົງການຈັດຕັ້ງສາກົນ, ນັກທຸລະກິດ, ຜູ້ປະກອບການ ແລະ ຊາວນະຄອນຫຼວງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະຈັດງານ ໄດ້ກ່າວວ່າ: ການຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2022 ແມ່ນມີງານວາງສະແດງສິນຄ້າໄປນຳ ເຊິ່ງເລີ່ມຢ່າງເປັນທາງການແຕ່ວັນທີ 4-8 ພະຈິກ

ເລີ່ມຕົ້ນການຄົບງັນ, ໃນວັນທີ 6 ພະຈິກ 2022 ເວລາ 16:30 ໂມງ ມີສູດປະລິຕະມຸງຄຸນ ຢູ່ທີ່ເດີ່ນພະທາດຫຼວງ.

ວັນທີ 7 ພະຈິກ 2022, ເວລາ 13:30 ໂມງ ມີພິທີແຫ່ຜາສາດເຜີ້ງ ແລະ ງານປະເພນີຕ່າງໆ, ວັນທີ 8 ພະຈິກ 2022 ເວລາ 7:00 ໂມງ ມີພິທີຕັກບາດ ຖວາຍສັງກະທານແດ່ພະສົງມາຈາກທົ່ວປະເທດ ແລະ ຕ່າງປະເທດ, ໃນວັນດຽວກັນນີ້ ເວລາ 13 :00 ໂມງ ມີການແຂ່ງຂັນກິລາພື້ນບ້ານ (ຕີຄີ ). ເວລາ 19:30 ໂມງ ມີພິທີວຽນທຽນ ແລະ ຈຸດບັ້ງໄຟສັກກາລະບູຊາອົງພະທາດຫຼວງ ຄົບງັນຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ( ເປັນມື້ປິດງານ).

ສໍາລັບງານວາງສະແດງສິນຄ້າ ແມ່ນຈະເປີດໃຫ້ມວນຊົນເຂົ້າທ່ຽວຊົມເລີ່ມແຕ່ເວລາ 8:00ໂມງ – 23:30 ໂມງ, ໃນນີ້ມີ ສິນຄ້າໂອ້ດ໋ອບ, ສິນຄ້າຕອບຄົວຕົວແບບ, ສິນຄ້າອຸດສາຫະກໍາ, ກະສິກຳ ແລະ ບໍລິການ ເຊິ່ງນຳມາຈາກນະຄອນຫຼວງວຽງຈັນ, ຈາກ 16 ແຂວງທົ່ວປະເທດ, ຈາກນະຄອນ, ແຂວງມິດຕະພາບ ຄື:

ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ນະຄອນຄຸນໝິງ, ແຂວງຫູໜານ, ແຂວງຢຸນໜານ ສປ ຈີນ, ແຂວງໜອງຄາຍລາດຊະອານາຈັກໄທ ລວມທັງໝົດ 536 ຫ້ອງ; ມີການວາງສະແດງການທ່ອງ ທ່ຽວ, ເຂດທ່ອງທ່ຽວເຮືອນລາວ, ສະແດງນະວັດຕະກໍາໃໝ່ ທາງລົດໄຟຄວາມໄວສູງ ແລະ ສິນຄ້າທົ່ວໄປອື່ນໆ ຈາກພາຍໃນ ແລະ ຕ່າງປະເທດ 669 ຫ້ອງ.

ນອກນັ້ນ, ຍັງມີປະເພດອາຫານ ເຄື່ອງດື່ມ, ເຂົ້າຫຼາມ ປິ້ງໄກ່ ຢູ່ຂອບເຂດຮອບນອກ 146 ຫ້ອງ, ລວມທັງໝົດ 1.351 ຫ້ອງ, ໃນງານຍັງມີການສະແດງສິລະປະ-ວັນນະ ຄະດີຢູ່ເວທີກາງ ເຊີ່ງມີບົດຟ້ອນ,

ຂັບລຳຈາກກອງສິລະປະກອນສູນກາງ, ກອງສິລະປະກອນກອງທັບ, ໜ່ວຍສິລະປະກອນຈາກ 9 ເມືອງ ພາຍໃນນະຄອນຫຼວງວຽງຈັນ, ສູນວັດທະນະທຳເດັກ ແລະ ສະໂມສອນລ້ານຊ້າງ ມາເຂົ້າຮ່ວມສະແດງໃນແຕ່ລະວັນ ການຄົບງັນ ແລະ ທ່ຽວຊົມງານ.

ວາງສະແດງສິນຄ້າປີນີ້ນະຄອນຫຼວງວຽງຈັນ ຈະເອົາໃຈໃສ່ທີ່ສຸດ ໃນເລື່ອງການຮັກສາຄວາມສະຫງົບ, ຄວາມປອດໄພ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ການ ຮັກສາອະນາໄມ, ປ້ອງກັນພະຍາດ, ລະບາຍການຈະລາຈອນທີ່ແອອັດ, ມີບໍລິການລົດເມໂດຍສານຟຣີ ເຂົ້າສູ່ງານ ແລະ ອອກໄປຈາກງານ.

ສິ່ງສຳຄັນ ແມ່ນຂໍໃຫ້ຊາວນະຄອນຫຼວງວຽງຈັນ ຊາວລາວທົ່ວປະເທດ ສານິກະຊົນ ແລະ ຜູ້ໃຈບຸນທັງຫຼາຍ ພ້ອມກັນມາຮ່ວມປົກປັກຮັກສາຜົນງານຄຸນງາມຄວາມດີຂອງບັນພະບຸລຸດ, ພຣະສົງອົງຄະເຈົ້າ, ຜູ້ນໍາພາປະພຶດປະຕິບັດຫຼັກທຳຄຳສອນຂອງພຣະສາດສະດາຈານ ພ້ອມກັນເຊີດຊູຮັກສາມໍລະດົກອັນລ້ຳຄ່າຂອງຊາດພວກເຮົານີ້ໄວ້ ໃຫ້ໝັ້ນຄົງຢືນຍົງຕະຫຼອດໄປ.

ພາບ-ຂ່າວ: ບຸນພະຈັນ

Leave a Reply

Your email address will not be published. Required fields are marked *

Back to top button