ບໍລິການລົດເມຟຣີໃນໄລຍະບຸນທາດຫຼວງ

ບໍລິການລົດເມຟຣີໃນໄລຍະບຸນທາດຫຼວງ ນະຄອນຫຼວງ​ວຽງຈັນ​ ຈະນໍາໃຊ້ລົດເມຮັບໃຊ້ມວນຊົນມາທ່ຽວງານບຸນພະທາດຫຼວງວຽງຈັນໂດຍບໍ່ເສຍຄ່າ ເລີ່ມແຕ່ເວລາ 18.00-23:30 ໂມງ

ໂດຍປະຕິບັດຕາມທິດຊີ້ນໍາຂອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022

ໄດ້ເຊື້ອເຊີນຂະແໜງການກ່ຽວຂ້ອງມາຮ່ວມກັນປຶກສາຫາລື ເພື່ອຄວາມເປັນການເອກະພາບການກໍານົດຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື:

– ເມືອງ ສີໂຄດຕະບອງ

– ເມືອງ ຈັນທະບູລີ

– ເມືອງ ສີສັດຕະນາກ

– ເມືອງ ໄຊເສດຖາ

– ເມືອງ ໄຊທານີ

ເພື່ອໃຫ້ມວນຊົນຫັນມານໍາໃຊ້ລົດເມສາທາລະນະແບບບໍ່ເສຍຄ່າໃນໄລຍະງານບຸນດັ່ງກ່າວ ເລີ່ມແຕ່ເວລາ 18.00-23:30 ໂມງ ຂອງວັນທີ 4-8 ພະຈິກ 2022 ໂດຍມີ 10 ຖ້ຽວຕໍ່ວັນ ແລະ ຈະໃຫ້ບໍລິການທຸກໆ 25-30 ນາທີ ນອກຈາກເວລາທີ່ໄດ້ກໍານົດນີ້ ແມ່ນຈະໄດ້ເສຍຄ່າບໍລິການ.

ທ່ານພັນໂທ ວິລະວົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນວ ໃຫ້ສໍາພາດວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າຄອງ ນວ ກ່ຽວກັບແກ້ໄຂການສັນຈອນແອອັດໃນງານບຸນນະມັດສະການພະທາດຫຼວງວຽງຈັນ

ໂດຍລັດວິສາຫະກິດລົດເມ ນວ ໄດ້ມີສ່ວນຮ່ວມໃນແຜນການແກ້ໄຂ ເຊິ່ງນໍາໃຊ້ລົດເມສາທາລະນະ 25 ຄັນ ໃນນີ້ ມີລົດເມໄຟຟ້າ 10 ຄັນ ເພື່ອອໍານວຍຄວາມສະດວກໃນຈຸດຕ່າງໆຂອງ 5 ເມືອງ ດັ່ງນີ້

– ຈຸດທີ1: ເຂດເມືອງສີສັຕະນາກ ກໍານົດເຂດແຄມຂອງ ຂ້າງໂຮງໝໍມະໂຫສົດເບື້ອງທ່າທີ່ເປັນດິນເປົ່າຫວ່າງຂອງບໍລິສັດກິດຕິພົງ ເມືອງຈັນທະບູລີໃຊ້ຮ່ວມກັນກັບເມືອງສີສັດຕະນາກ.​

– ຈຸດທີ 2 : ກໍານົດຢູ່ຈຸດປະຕູໄຊ ແລະ ຕຶກກະຊວງຍຸຕິທໍາຫຼັງເກົ່າ.​

– ຈຸດທີ 3: ເມືອງໄຊເສດຖາ ກໍານົດຢູ່ຫໍປະຊຸມແຫ່ງຊາດຫຼັກ 6 ໜ້າຫໍພິພິທະພັນໄກສອນພົມວິຫານ ເຂດເສດຖະກິດບຶງທາດຫຼວງ ແລະ ຕະຫຼາດເກົ່າຫົວຂົວ.​

– ຈຸດທີ 4 : ເມືອງໄຊທານີ ກໍານົດເຂດມະຫາວິທະຍາໄລແຫ່ງຊາດ ວົງວຽນດອນໜູນ.​

– ຈຸດທີ 5 ເມືອງສີໂຄດຕະບອງ ໄດ້ກໍານົດເປັນຈຸດແລ່ນຜ່ານ.​

(ໝາຍເຫດ)​ ແຕ່ລະຈຸດຂຶ້ນລົດຈະມີໃຫ້ບໍລິການຝາກລົດຄື: ລົດຈັກລາຄາ 5.000 ກີບຕໍ່ຄັນ ແລະ ລົດໃຫຍ່ ລາຄາ 10.000 ກີບຕໍ່ຄັນ.

ສ່ວນຈຸດສົ່ງ-ຮັບມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້ ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ ມາແຕ່ເຂດເມືອງສີສັດຕະນາກ ຈອດຢູ່ຂ້າງໄຟແດງໂພນສະອາດ ແລະ ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ)

ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ ດັ່ງນັ້ນ ຮຽກຮ້ອງມາຍັງມວນຊົນທີ່ມາທ່ຽວງານບຸນໃຫ້ມີສະຕິຮັກສາວັດຖຸສິ່ງຂອງຕົນເອງໃຫ້ດີ

ພ້ອມກັນປະຕິບັດລະບຽບກົດໝາຍ ກໍຄືແຈ້ງການຕ່າງໆຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຖ້າບໍ່ເຂົ້າໃຈໃຫ້ສອບຖາມເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ ເພື່ອຈະໄດ້ຮັບການອໍານວຍຄວາມສະດວກ.

Cr: Vientiane​ Mai

Leave a Reply

Your email address will not be published. Required fields are marked *

Back to top button