ແຈ້ງປັບລາຄານ້ຳມັນຂື້ນ ເລິ່ມປະຕິບັດ 06:00 ໂມງມື້ອື່ນ

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 03/11/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1549/ອຄ ລົງວັນທີ 02 ພຈ 2022.

ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ

– ແອັດຊັງພິເສດ ປັບຂື້ນ +130 ກີບ/ລິດ.

– ແອັດຊັງທຳມະດາ ປັບຂື້ນ +90 ກີບ/ລິດ.

– ກາຊວນ ປັບຂື້ນ +160 ກີບ/ລິດ.

– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບ ລກທີ 1549/ອຄ ລົງວັນທີ 02 ພຈ 2022,ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບລກທີ 1549/ອຄ ລົງວັນທີ 02 ພຈ 2022, ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ

Leave a Reply

Your email address will not be published. Required fields are marked *

Back to top button