ງາມບໍ່ທຸກຄົນ? ຄັ້ງທຳອິດກັບຊຸດລາຕີມົ້ງໃນເວທີສາກົນ ສວມໃສ່ໂດຍ ປ່າເຢັ່ງຊາ ລໍ່ Miss Universe Laos 2022

ສ່ອງລຸກໃໝ່ສຸດປັງ! ມາແລ້ວຊຸດຊົນເຜົ່າມົ້ງຂອງ “ປ່າເຢັ້ງຊາ ລໍ່” ເລີດຖືກໃຈແຟນນາງາມຢູ່ບໍ່?

ຕ້ອນຮັບເດືອນໃຫມ່ ມາກັບລຸກ ປ່າເຢັ້ງຊ່າ ລໍ່ Miss Universe Laos 2022 ໃນຊຸດຊົ່ນເຜົ່າມົ້ງ ໃນການປະດິດໃຫ້ອອກມາເປັນຊຸດລາຕີສາກົນ ທີ່ສວຍສະຫງ່າງາມ ພ້ອມພາບໃສ່ມົງກຸດຈາກເພັດພະໄທ

ນັບຈາກມື້ນີ້ໄປ ຈະໃຫ້ແຟນໆໄດ້ເຫັນຫລາກຫລາຍຢ່າງຈາກຜູ້ຍິງຄົນນີ້ ໃນການສູ້ເພື່ອສາຍສະພາຍລາວ ແລ້ວທຸກຄົນພ້ອມໄປຈັກກະວານນຳກັນແລ້ວບໍ່

Miss Universe Laos 2022 ມາໃນຊຸດຊົນເຜົ່າມົ້ງສີແດງ ໃນການປະດິດໃຫ້ອອກມາເປັນຊຸດລາຕີສາກົນ ທີ່ສວຍສະຫງ່າງາມ ພ້ອມພາບໃສ່ມົງກຸດຈາກເພັດພະໄທ.

ເປັນຄັ້ງທໍາອິດທີ່ມີຊຸດຣາຕີມົ້ງ ແບບງົດງາມ ສີແດງແຍງບໍ່ເບື່ອ. ເຄື່ອງດັບ ແລະ ມົງກຸດເພັດແທ້ຈາກ Phetphathai jewelry ຮ້ານເພັດພະໄທ ຈິວເວີລີ້ …

ຝາກທຸກຄົນເຊຍ ແລະ ເປັນກຳລັງໃຈໃຫ້ແດ່ເດີ ໂດຍການ ກົດ like, ກົດ share ໃຫ້ນ້ອງປ່າ ເດີ ຂອບໃຈທຸກຄົນເດີ.

ນ້ອງປ່າມາໂດຍຕະຫຼອດຕັ້ງແຕ່ກ່ອນເຂົ້າປະກວດ ທ່ານໝໍເຊື່ອໃນໂຕນ້ອງປ່າວ່ານ້ອງປ່າເຮັດໄດ້ ແລະ ນ້ອງກໍເຮັດໄດ້ແລ້ວ.

ທ່ານໝໍ ມະໄລວັນເປັນຜູ້ຍິງຄົນໜຶ່ງທີ່ປ່ານັບຖື ແລະ ຮັກຄືແມ່ ເພາະເພິ່ນດູແລ ແລະ ຮັກນ້ອງປ່າຄືກັບແມ່ຄົນໜຶ່ງທີ່ຮັກລູກ.

ຄັ້ງທຳອິດທີ່ນ້ອງປ່າເຢັ້ງຊາ ລໍ່ ເຂົ້າມານະຄອນວຽງຈັນບໍ່ຮູ້ຈັກຫຍັງເລີຍ ທ່ານໝໍມະໄລວັນ ໄດ້ຊອກທີ່ພັກໃຫ້ ໄດ້ຂັບລົດພາເລາະໝົດມື້ເພື່ອຊື້ເຄື່ອງຄົວ.

ເວລາເປັນໄຂ້ເປັນເຈັບເພິ່ນຢຸດການ ແລະ ແລ່ນມາຫານ້ອງປ່າ ຊື້ອາຫານມາໃຫ້ກິນ ພາໄປເຮືອນເພິ່ນເອົາຢາໃຫ້ກິນ ໃສ່ສະໂລມຈົນດີໄຂ້ຈຶ່ງສົ່ງກັບຫ້ອງ.

ເຄື່ອງໃຊ້ໃນເຮືອນ ເພິ່ນໄດ້ເອົາຖ້ວຍບ່ວງຢູ່ເຮືອນເພິ່ນໃຫ້ປ່າໃຊ້ (ປີ 2019) ປັດຈຸບັນນີ້ປ່າກໍຍັງໃຊ້ຖ້ວຍບ່ວງເພິ່ນຢູ່ ທຸກຄັ້ງທີ່ກິນເຂົ້າຈະຄິດເຖິງເພິ່ນຕະຫຼອດເລີຍ.

ຕອນນັ້ນນ້ຳຕາກໍຊຶມອອກມາເພາະເພິ່ນຮັກ ແລະ ເອັນດູເຮົາຄືລູກຜູ້ໜຶ່ງຂອງເພິ່ນເລີຍອີຫຼີ.

Leave a Reply

Your email address will not be published. Required fields are marked *

Back to top button