ຢາກໃຫ້ຮັກໝັ້ນຄົງ ອ່ານເລື່ອງນີ້.

ຊາຍຄົນນີ້ .. ບໍ່ຮູ້ວ່າມີງູຢູ່ລຸ່ມ.

ສ່ວນຜູ້ຍິງ .. ກໍ່ບໍ່ຮູ້ດ້ານເທິງ. ມີກ້ອນຫີນທັບຕົນຜູ້ຊາຍຢູ່

ຜູ້ຍິງຄິດຢູ່ໃນໃຈວ່າ..ຂ້ອຍຈະຕົກລົງໄປແລ້ວ.ປີນຂຶ້ນກໍບໍ່ໄຫວ ແຖມງູຈະກັດອີກ.
ເຈົ້າເປັນຜູ້ຊາຍ .. ເປັນຫຍັງເຈົ້າບໍ່ພະຍາຍາມອອກແຮງຕື່ມອີກໜ້ອຍໜຶ່ງ?

ຊາຍຄົນນັ້ນຄິດໃນໃຈວ່າ ..ໂອຍຍຍ ເຈັບແຮງຈະບໍ່ໄຫວແລັວ ເຈົ້າຊ່ວຍອອກແຮງ ປີນຂຶ້ນມາອິດໜຶ່ງໄດ້ບໍ? ອັນນີ້ສອນໃຫ້ພວກເຮົາຮູ້ວ່າ ..

ຄວາມກົດດັນທີ່ອີກຝ່າຍໄດ້ຮັບ ເຮົາມັກບໍ່ເຫັນ, ຄວາມເຈັບປວດທີ່ເຮົາພົບ ເຂົາກໍ່ເບິ່ງບໍ່ເຫັນຄືກັນ.

ຊີວິດກໍ່ເປັນແບບນີ້ແລະ !! ບໍ່ວ່າຈະເປັນເລື່ອງວຽກ ເລື່ອງຄອບຄົວ ເລື່ອງ​ຄວາມ​ຮັກ ຫຼື ແມ້ກະທັ້ງກ່ຽວກັບຫມູ່ເພື່ອນ

ພະຍາຍາມເຂົ້າໃຈເຊິ່ງກັນແລະກັນ ເອົາໃຈເຂົາມາໃສ່ໃຈເຮົາ ຄິດຢ່າງກວ້າງຂວາງ ແລະ ໝັ່ນປຶກສາຫາລືກັນ ລົມກັນ ແຕ່ບໍ່ແມ່ນກົດດັນ !!
ພຽງເທົ່ານີ້ .. ຊີວິດຈະມີຄວາມສຸກ♥️

Leave a Reply

Your email address will not be published. Required fields are marked *

Back to top button