ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ໃນບາງເຂດ 3 ຕົວເມືອງ ນະຄອນຫຼວງວຽງຈັນ

ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ໃນບາງເຂດ 3 ຕົວເມືອງ ນະຄອນຫຼວງວຽງຈັນ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງປ່ຽນທໍ່ນໍ້າດິບ ຂະໜາດ 1000 GRP ເຂົ້າໂຮງງານຜະລິດນໍ້າປະປາດົງໝາກຄາຍ, ໃນວັນທີ 24 ມີນາ 2022 (ເວລາ 09: 00 ໂມງ ຫາ 15: 00 ໂມງ)

ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳໃນບາງເຂດຂອງ ເມືອງໄຊທານີ, ເມືອງໄຊເສດຖາ ແລະ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ໃນໄລຍະການສ້ອມແປງດັ່ງກ່າວ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງ ປະກອບມີ:

ບ້ານໂພນຄຳ, ທ່າສະຫວ່າງ, ທ່າງ່ອນ, ບ້ານນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງໝາກຄາຍ, ດອນຕິ້ວ, ດົງສ້າງຫີນ, ໄຊສະຫວ່າງ, ດອນໜູນ, ໄຊ, ນາແຄ, ໂນນແສງຈັນ, ຫ້ວຍເຕີຍ, ວຽງແກ້ວ, ຫ້ວຍແດນເມືອງ, ໜອງວຽງຄຳ, ນາທົ່ມ, ໜອງພະຍາ, ຕານມີໄຊ, ດົງໂດກ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄຳຮຸ່ງ ແລະ ສີວິໄລ ເມືອງໄຊທານີ;

ບ້ານໜອງໜ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະງຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ ແລະ ໂຊກໃຫຍ່ ເມືອງໄຊເສດຖາ ແລະ ບ້ານຫ້ວຍຫົງ,

ໜອງທາເໜືອ, ໜອງທາໃຕ້, ຈອມມະນີ ແລະ ໂພນສະຫວ່າງ ເມືອງຈັນທະບູລີ.

ແຈ້ງການ

Leave a Reply

Your email address will not be published. Required fields are marked *

Back to top button