ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ

ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນ ສປປ ລາວ

ໃນວັນທີ 13 ມີນາ 2022 ນີ້, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບລາຄານໍ້າມັນເຊື້ອໄຟ ຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນວ່າ:

ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100%, ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແມ່ນຖືກກໍານົດໂດຍກົນໄກການເໜັງຕີງ ຂຶ້ນ-ລົງ ຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ, ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫລາດໂລກ

ກໍໄດ້ຖີບໂຕສູງຂຶ້ນຈົນມາເຖິງທ້າຍເດືອນກຸມພາ ແລະ ມາຮອດປັດຈຸບັນ ທີ່ສະຖານະການຄວາມຕ້ອງການນໍ້າມັນເຊື້ອໄຟໂລກສູງຂຶ້ນ, ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟ ພັດບໍ່ໄດ້ເພີ່ມຂຶ້ນ ເພື່ອຮອງຮັບຢ່າງພຽງພໍ ບວກກັບສະພາບຄວາມຂັດແຍ້ງທາງເສດຖະກິດ ຂອງປະເທດມະຫາອຳນາດ ແລະ ຂໍ້ຂັດແຍ້ງອື່ນໆ.

ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກ ປັບຂຶ້ນສູງເຖິງ 150-180 ໂດລາສະຫະລັດຕໍ່ບາເຣວແລ້ວ

ເຊິ່ງການປັບລາຄາໃນຄັ້ງວັນທີ 10 ມີນາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ, ເຖິງວ່າການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.710 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 1.430 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 1.570 ກີບ/ລິດ ແລ້ວກໍຕາມ.

ຜ່ານມາ, ບັນຫາການກັກຕຸນນໍ້າມັນເຊື້ອໄຟ ຂອງບັນດາປໍ້ານໍ້າມັນ ກໍມີປະກົດການ ກ່ອນການປັບລາຄານໍ້າມັນເຊື້ອໄຟ ປໍ້າຈຳນວນໜຶ່ງ ກໍໄດ້ປິດເພື່ອລໍຖ້າຂາຍໃນລາຄາປັບຂຶ້ນ ເຊິ່ງມັກເກີດຂຶ້ນໄລຍະ 1 ມື້ຫາສອງມື້ກ່ອນການປັບລາຄາ

ໂດຍປະຕິບັດຕາມ ດຳລັດ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ, ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017, ມາດຕາ 82 ທີ່ກໍານົດໃຫ້ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟວ່າ:

ຫາກປິດປໍ້ານໍ້າມັນຊົ່ວຄາວ ຫລື ຖາວອນ ໂດຍບໍ່ມີເຫດຜົນ ຫລື ບໍແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທສະບານ, ນະຄອນ ແລະ ຜູ້ຊົມໃຊ້ຊາບລ່ວງໜ້າ 3 ວັນ ແມ່ນກຳນົດໃຫ້ມີການປັບໄໝ, ການຈັດຕັ້ງປະຕິບັດຜ່ານມາ ໂດຍການເປັນເຈົ້າການຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ.

ໄດ້ເຮັດການກວດກາເປັນປົກກະຕິ ຫາກເກີດເຫດການປິດປໍ້ານໍ້າມັນ ແມ່ນໄດ້ໃຊ້ມາດຕະການຕັ້ງແຕ່ການຕັກເຕືອນ, ເຮັດບົດບັນທຶກ, ກ້າວໄປເຖິງການປັບໄໝເຈົ້າຂອງປໍ້ານໍ້ມັນ;

ສະເພາະສະພາບປັດຈຸບັນ ທີ່ເຫັນວ່າຍັງມີຫລາຍປໍ້ານໍ້າມັນປິດ ພາຍຫລັງການເໜັງຕີຂອງລາຄານ້ຳມັນດັ່ງທີ່ໄດ້ກ່າວມານັ້ນ ໃນວັນທີ 9 ມີນາ 2022 ທີ່ຜ່ານມາ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ

ກໍໄດ້ຍົກສູງຄວາມຮັບຜິດຊອບ ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້ານໍ້າມັນ ກໍປິດລົງ ຍ້ອນບໍ່ມີນຳມັນສະໜອງໃຫ້,

ແຕ່ຢ່າງໃດກໍຕາມ ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.

ຂໍ້ມູນ ຂປລ

Leave a Reply

Your email address will not be published. Required fields are marked *

Back to top button