ກ່ຽວກັບການສະເໜີຂໍຊື້ຮຸ້ນທະນາຄານ ການຄ້າ 51% ທີ່ກະຊວງການເງິນຖືຄອງຢູ່

ຕໍ່ປະເດັນຂ່າວ ທີ່ສັງຄົມ ໃຫ້ຄວາມສົນໃຈ ກ່ຽວກັບການສະເໜີຂໍຊື້ຮຸ້ນທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ 51% ທີ່ກະຊວງການເງິນຖືຄອງຢູ່ ຂອງບໍລິສັດ ພູສີ ກຣຸບ ຈຳກັດ:

ອີງຕາມການເຮັດວຽກຮ່ວມກັນຂອງພາກສ່ວນກ່ຽວຂ້ອງ ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຫັນວ່າ ທະນາຄານການຄ້າຕ່າງປະເທດລາວ​ ມະຫາຊົນ ແມ່ນໄດ້ເຂົ້າຈົດທະບຽນໃນຕະຫລາດຫລັກຊັບແລ້ວ.

ສະນັ້ນ ທຸກການເຄື່ອນໄຫວຂອງທະນາຄານດັ່ງກ່າວນັ້ນ ແມ່ນມີຄວາມໂປ່ງໃສ.ສ່ວນການສະເຫນີຂອງບໍລິສັດພູສີ ຕາມແຈ້ງການ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ​ ສະບັບເລກທີ 1465/ຫສນຍ, ລົງວັນທີ 10 ພະຈິກ 2021 ນັ້ນ

ແມ່ນເປັນການປະຕິບັດພາລະບົດບາດປົກກະຕິຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການປະສານງານ ລະຫວ່າງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມລະບຽບ ແລະ ກົນໄກການເຮັດວຽກຂອງຕົນ.

ຍ້ອນເປັນພຽງແຕ່ການປະສານງານ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກັບຂະແໜງການກ່ຽວຂ້ອງຂັ້ນສູນກາງດ້ວຍກັນເທົ່ານັ້ນ ຫາກບໍ່ທັນແມ່ນການຕົກລົງໃດໆຈາກຂັ້ນເທິງ ຄືດັ່ງສັງຄົມຈໍານວນຫນຶ່ງເຂົ້າໃຈທີ່ບໍ່ທັນເອກະພາບ. ດັ່ງນັ້ນ ຈິ່ງແຈ້ງມາຍັງສັງຄົມຮັບຊາບ ແລະ ເຂົ້າໃຈຢ່າງທົ່ວເຖິງ.

ທີ່ມາ: http://www.laogov.gov.la/activities/pages/office.aspx?ItemID=318&CateID=0

Leave a Reply

Your email address will not be published. Required fields are marked *

Back to top button