ອ່ານໃຫ້ຮູ້ຊີວິດ “ຄົນທີ່ຫາເຊົ້າກີນຄໍ່າ” ແລ້ວເຈົ້າຈະຮູ້ສັດຈະທໍາຂອງຄໍາວ່າຊີວິດນີ້ມັນບໍ່ງ່າຍເລີຍ

ສໍາລັບບາງຄົນເງິນພຽງເລັກນ້ອຍອາດບໍ່ມີຄວາມໝາຍສໍາລັບເຂົາເຈົ້າ ແຕ່ພວກເຂົາເຫຼົ່ານີ້ມັນແມ່ນການແລກມາດ້ວຍຢາດເຫື່ອແຮງງານຂອງລູກຊາວບ້ານຫຼານຊາວນາຫຼັງສູ້ຟ້າໜ້າສູ້ດີນ.

ຖ້າມື້ນີ້ເຈົ້າມີພໍ່ແມ່ຍອມແລກຢາດເຫື່ອແຮງກາຍເພື່ອຫາເງິນໃຫ້ເຈົ້າໃຊ້ ຂໍໃຫ້ເຈົ້າຮັບຮູ້ວ່າ “ເຈົ້າແມ່ນຄົນທີ່ໂຊກດີທີ່ສຸດໃນໂລກ” ເພາະຍັງມີອີກຫຼາຍພັນຄົນທີ່ຍັງເຂົ້າປ່າຫາໜໍ່ໄມ້ມາຂາຍ, ຕ້ອງລ້າງຈານທີ່ຮ້ານອາຫານ,ຕ້ອງຍ່າງຕາມຫຼັງຄູບາອາຈານເພື່ອອອກບິນຖະບາດ ແລະ ອີກຫຼາຍລ້ານວິຖີຊີວິດຕໍ່ສູ້ເພື່ອຄວາມຢູ່ລອດ.

ຖ້າເຈົ້າຄິດວ່າວຽກທີ່ເຈົ້າກຳລັງເຮັດນັ້ນມັນຍາກເຫຼືອບ່າກວ່າແຮງ ລອງຫຼຽວເບີ່ງຄົນທີ່ເຂົາຍັງບໍ່ມີວຽກເຮັດ

ແຕ່ຖ້າເຈົ້າຄິດວ່າຊີວິດໂຕເອງຕ້ອຍຕໍ່າໄຮ້ຄ່າ ຂໍໃຫ້ເບີ່ງຊີວິດ “ຄົນທີ່ຫາເຊົ້າກີນຄໍ່າ” ແລ້ວເຈົ້າຈະຮູ້ສັດຈະທໍາຂອງຄໍາວ່າຊີວິດນີ້ມັນບໍ່ງ່າຍເລີຍຖ້າເຈົ້າບໍ່ໄດ້ເກີດມາເທິງກອງເງິນກອງຄໍາ.

ຖ້າເຈົ້າສຸກສະບາຍຈົນລົ້ນ ກໍ່ຂໍໃຫ້ເຈົ້າຮູ້ຈັກ “ການໃຫ້ ແລະ ແບ່ງປັນ” ເພາະນັ້ນຈະເຮັດໃຫ້ເຈົ້າສຸກທັງກາຍ ແລະໃຈ ເຖິງແມ່ນໂຕຈາກໄປແຕ່ວ່າຄົນຈະຈື່ຊື່ເຈົ້າໄວ້ໃນຫົວໃຈຂອງເຂົາຕະຫຼອດການ.

#ລາວລ້ານແຊຣສູ່ອາຊຽນ

Cr.imfxiong

Leave a Reply

Your email address will not be published. Required fields are marked *

Back to top button