ຢາດີໄຂມັນຫຸ້ມຕັບ-ໄຂມັນໃນເສັ້ນເລືອດ ແລະ ດີຕັ່ງຊົ່ງ

ຖ້າທ່ານເປັນຄົນອ້ວນແນ່ນອນແລ້ວໃນຮ່າງກ່າຍຕ້ອງມີໄຂ້ມັນຫລາຍ ແລະ ບັນດາເຄື່ອງວຽກໃນຮ່າງກ່າຍກໍ່ເຕັມໄປດ້ວຍໄຂມັນ ໂດຍສະເພາະທີ່ມັກມີບັນຫາຫນັກແມ່ນ ຫົວໃຈ ແລະ ຕັບ.​

ຖ້າ ມີໄຂ້ມັນຫຸ້ມຫລາຍຈະເຮັດໃຫ້ເຮົາຫາຍໃຈບໍ່ສະບາຍ.​ ສະນັ້ນ,​ ແອດຈື່ງນຳສະຫມຸນໄພນີ້ມາເຜີຍແຜໃຫ້ທຸກຄົນ ໄດ້ແບ່ງປັນຕໍ່ໆ ເພື່ອທຸກຄົນໄດ້ຮຽນຮູ້.

ກ່ອນອື່ນແມ່ນໃຫ້ທ່ານກະກຽມກົກຂີ້ເຫລັກໃຫຍ່(ຂີ້ເຫລັກຂີ້ກາກບາງຄົນເອີ້ນ) ເອົາລຳຕົ້ນທາງໃນ(ປອກເປືອກ)​ ມາຟັກຕາດແດດສາມແດດ,​ ເຄື່ອງທີ່ໃຊ້ຕົ້ມແລະ​ແພຂາວສະອາດເພື່ອມາຕອງ.​

ວິທີເຮັດ: ເມື່ອທ່ານກຽມໄດ້ຮຽບຮ້ອຍຕາມຂັ້ນຕອນຄືຕາດແດດແລ້ວທ່ານກໍ່ເອົາມາຕົ້ມກີນ.​ ໃຫ້ຕົ້ມເທື່ອລະກຳມືແລະ ໃສ່ນ້ຳຫນື່ງລີດ.​ ແຕ່ຕ້ອງຕົ້ມໃຫ້ຟົດປະມານ 20 ນາທີ.​ ຫລັງຈາກຕົ້ມໄດ້ແລ້ວທ່ານກໍ່ເອົາແພຂາວສະອາດມາຕອງກີນ

ວິທີກິນ: ກິນເຊົ້າສວຍແລງກອ່ນອາຫານ.​ ກິນຄັ້ງລະຈອກ ແລ້ວໄຂມັນຫຸ້ມຫົວໃຈແລະຕັບ,​ ໄຂມັນໃນເສັ້ນເລືອດແລະລົດຄວາມອ້ວນຄວາມດັນຕັ່ງຊົ່ງກໍ່ຈະຄ່ອຍຫລົດຕາມມາ.​

ສູດຢານີ້ມີຜູ້ໃຊ້ດີມາແລ້ວຈຶ່ງລົງບອກເພື່ອຊວ່ຍເພື່ອນໆຂອງອາຈານໃຫ້ມີສຸຂພາບດີຂື້ນ.

Leave a Reply

Your email address will not be published. Required fields are marked *

Back to top button