ສຸດຍອດ!.. ແລ່ນ 385 ກມ ແຕ່ ນວ – ຫລວງພະບາງ ແລ່ນເພື່ອເດັກ ໄດ້ຮັບການປີ່ນປົວຟຣີ

ຍອດບໍລິຈາກ ມາຮອດວັນທີ 28 ຕຸລາ 2022 ເວລາ 16:00 ງານແລ່ນ ການກຸສົນ 385 ກມ ວຽງຈັນ -ຫລວງພະບາງ ເພື່ອເດັກນ້ອຍ ຄັ້ງວັນທີ 25-29 ຕຸລາ 2022, ມື້ນີ້ ຍອດບໍລິຈາກ 370,702,333 ກີບ

ມື້ທີ່ 4 ກັບເເດດທີ່ອົບເອົ້າ ພູທີ່ສູງຊັນຕະຫລອດເສັ້ນທາງ ນັກເເລ່ນເຮົາສູ້ບໍ່ຖອຍຕໍ່ອຸປະສັກດັ່ງກ່າວ ພ້ອມດຽວກັນຍັງໄດ້ຮັບກໍາລັງໃຈອັນຫລົ້ນເຫລືອຈາກຜູ້ໃຈບຸນ ເເລະ ນ້ອງນ້ອຍທຸກຄົນທີ່ມາເເລ່ນຮ່ວມສົ່ງບັນດານັກເເລ່ນຂອງພວກເຮົາ ເປັນພາບທີ່ອົບອົບ ປະທັບໃຈ!

ມື້ອື່ນນັກເເລ່ນເຮົາຈະເເລ່ນມາຮອດຫລວງພະບາງ ເວລາປະມານ 16:30-17:30 PM ຮ່ວມສົ່ງກໍາລັງໃຈໃຫ້ນັກເເລ່ນຂອງພວກເຮົາດ້ວຍການມາຕອນຮັບໃຫ້ກໍາລັງໃຈ ເເລະ ຮ່ວມ ບໍລິຈາກເພື່ອຊ່ວຍເຫລືອໂຮງໝໍຢູ່ເເຂວງຫລວງພະບາງໄດ້ເດີ້ທຸກຄົນ

ຂໍສະເເດງຄວາມຂອບໃຈເປັນຢ່າງສູງມາຍັງ ບໍລິສັດ ໂຕໂຢຕາ ຈໍາປາ ຈໍາກັດ ທີ່ຮ່ວມບໍລິຈາກໃຫ້ ກິດຈະກຳແລ່ນເພື່ອການກຸສົນບໍລິຈາກ 50 ລ້ານ ເຂົ້າໃນກອງທືນ ແລ່ນ385ກມເພື່ອເດັກນ້ອຍ ໃນຄັ້ງນີ້

ແລະ ຂໍສະເເດງຄວາມຂອບໃຈເປັນຢ່າງສູງມາຍັງ ບັນດາບໍລິສັດ ແລະ ບັນດາເພື່ອໆ ພໍ່ແມ່ປະຊາຊົນທັງຫລາຍທີ່ ມາບໍລຈິຈາກຊ່ວຍເຫລືອກັນເພື່ອເດັກຜູ້ທຸກໄດ້ຮັບການປີ່ນປົວຈາກເງີນກອງທືນຂອງທ່ານທີ່ບໍລິຈາກໃນຄັ້ງນີ້

(ທຶນບໍລິຈາກຂອງທ່ານ ແມ່ນຈະຊ່ວຍ ສົມທົບເຂົ້າກອງທືນຂອງໂຮງໝໍເດັກເພື່ອນລາວ ແຂວງ ຫລວງພະບາງ ເພື່ອໃຫ້ເດັກນ້ອຍລາວເຮົາໄດ້ເຂົ້າເຖິງ ການປີ່ນປົວ ທີ່ມີປະສິດທິພາບ.

ຂໍຖືໂອກາດນີ້ອວຍພອນໃຫ້ທ່ານ ແລະ ຄອບຄົວມີແຕ່ຄວາມສຸກຄວາມຈະເລີນ ແລະ ສຸຂະພາບແຂງແຮງ

ຊົມຄລີບ ມື້ທີ4

ຄິບ1

ຄລີບ2

Leave a Reply

Your email address will not be published. Required fields are marked *

Back to top button