ລ໋ອກດາວຕໍ່ ! ນະຄອນຫລວງ ແຈ້ງການລ໋ອກດາວ ຕໍ່ ໄປອີກເດີ້

ດ່ວນ!! ຫ້ອງວ່າການສຳນັກງານນາຍົກລັດຖະມົນຕິ ໄດ້ຖະແຫລງຂ່າວໃຫ້ສືບຕໍ່ປະຕິດບັດມາດຕະການປ້ອງກັນໂຄວິດ-19 ອອກຕື່ມ 15 ວັນ, ນັບແຕ່ວັນທີ 16-30 ກັນຍາ 2021.

ໂດຍມີ ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນ ດັ່ງນີ້:

*ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້

*ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ

* ສືບຕໍ່ປິດດ່ານທຸກປະເພດ

* ສືບຕໍ່ໂຈະການອອກວິຊາທ່ອງທ່ຽວ

* ສືບຕໍ່ປິດຮ້ານບັນເທິງ

* ສືບຕໍ່ປິດໂຮງສາຍຮູບເງົາ

* ສືບຕໍ່ປິດຮ້ານສະປາ

* ສືບຕໍ່ປິດສູນກິລາໃນຮົ່ມ ແລະ ກາງແຈ້ງ

* ສືບຕໍ່ປິດຮ້ານຄາຣາໂອເກະ

* ສືບຕໍ່ປິດຮ້ານອິນເຕີເນັດຄາເຟ

* ສືບຕໍ່ປິດຮ້ານສະນຸກເກີ ແລະ ກາຊີໂນ

* ສືບຕໍ່ປິດການສັນຈອນຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງ

* ສືບຕໍ່ປິດການຮຽນການສອນ

* ຫ້າມເປີດຮ້ານນວດ

* ຫ້າມເປີດຮ້ານເສີມຄວາມງາມ

* ຫ້າມເປີດຕະຫຼາດກາງຄືນ

* ຫ້າມເປີດສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ

* ຫ້າມບຸກຄົນເດິນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ

* ຫ້າມຈັດປະຊຸມ, ໂຮມຊຸມນຸມ

* ຫ້າມຈັດງານສັງສັນ ຫຼື ຊຸມແຊວ

* * ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ

❖ ມາດຕະການຜ່ອນຜັນ: (ສຳລັບແຂວງທີ່ບໍ່ມີການລະບາດ)

• ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຕະຫຼາດສົດ

•ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ

• ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ

•ສຶບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ

•ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ນອກເຂດແດງ ສຶບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາ ແຕ່ 06:00 ໂມງ ຫາ 18:00 ໂມງ

• ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ -ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດ

• ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ ທາງບົກ, ທາງນ້ຳ ແລະ ທາງອາກາດ

• ສຶບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າສາມາດສົ່ງສິນຄ້າ

• ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ

• ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ

• ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ

❖ ມາດຕະການຕໍ່ຜູ້ລະເມີດ:

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຕາມແຕ່ກໍລະນີໜັກ ຫຼື ເບົາ.

ຢ່າປະຫມາດເດີ້ທຸກຄົນ ຮ່ວມໃຈປະຕິບັດແດ່

Leave a Reply

Your email address will not be published. Required fields are marked *

Back to top button