ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ

ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ

ຕາມ​ຂ່າວ​ຈາກ ນະຄອນ​ ຢາງ​ກຸ້ງ,ວັນ​ທີ18 ​ສິງຫາ​ນີ້, ມຽນມາ ປະກາດ ​ການ​ກະກຽມ ​ນຳ​ເຂົ້າ ນ້ຳມັນ ​ເຊື້ອ​ໄຟ ​ໃນ​ລາຄາ​ ມິດຕະພາບ ​ແລະ ມີ​ຄຸນ​ນະພາ​ບ ​ໂດຍ​ສະ​ເພາະ ນ້ຳມັນ​ ແອັດ​ຊັງ ​ແລະ ກາ​ຊວນ ຈາກຣັດ​ເຊຍ

​ໂດຍ​ເປັນ​ຜົນ​ຈາກ ການ​ເດີນທາງ ​ຢ້ຽມຢາມ ຣັດ​ເຊຍ ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫລວງ​ ມົດ​ສະ​ກູ ຂອງ ທ່ານ ພົນ​ເອກ ມິນ​ອ່ອງ​ລາຍ(Min Aung Hlaing),ຜູ້ນຳ​ ລັດຖະບານ ​ຂອງ​ມຽນມາ ​ແລະ ຍັງ​ມີ​ແຜນ ສຳ​ຫລວດ ​ພະລັງງານ ຮ່ວມ​ກັບ ຣັດ​ເຊຍ ​ແລະ ຈີນ​ ອີກ​ດ້ວຍ.

ນອກຈາກ​ນີ້ ທ່ານ ພົນ​ເອກ Min Aung Hlaing ຍັງຕ້ອນຮັບ ​ທ່ານ​Sergei Lavrov, ລັດຖະມົນຕີ​ ກະຊວງ ການ​ຕ່າງປະ​ເທດ ຣັດ​ເຊຍ ທີ່ນະຄອນຫລວງ ​ເນ​ປີ​ດໍ​ ໃນວັນທີ 3 ສິງຫາ​ ຜ່ານມາ.​

Cr: ຂປລ, ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

Back to top button