ມື້ນີ້ ປົວຫາຍດີ +717 ຄົນ

ະຖານະການ ໂຄວິດປະຈຳວັນວັນທີ 17/11/2021 ນີ້ . ທິມເເພດຫລືນັກຊຸດຂາວ ສາມາດຮັກສາ ຜູ້ຕິດເຊື້ອຫາຍດີ ໄດ້ກັບບ້ານແມ່ນ 717 ຄົນ. ໃນນັ້ນຕິດເຊື້ອໃຫມ່ 1073 ຄົນ ມີຜູ້ຕິດເຊື້ອສະສົມ 57397 ຄົນ,. ເສັຍຊີວິດໃຫມ່ 2 ຄົນ, ເສຍຊີວິດສະສົມ 112 ຄົນ

ເຖິງປົວຫາຍດີເຖີງ 717 ຄົນ ກໍ່ຍັງບໍ່ດີປານໃດ ເພາະຍອດຜູ້ຕິດເຊື້ອໃຫມ່ແມ່ນ ເພີ່ມເຖິງ 1073 ຄົນ . ຮູ້ໄດ້ຊັດເຈນວ່າ ຕິດເພີ່ມສູງກວ່າ ປົວຫາຍດີ,ຖ້າເປັນແບບນີ້ ໄປວັນໆ ແນ່ນອນແລ້ວ ໂພງຫມໍ ຫລື ຕຽງນອນຮັກສາຜູ້ຕິດເຊື້ອອາດຈະບໍ່ພໍ ຫລື ຄົນຕິດເຊື້ອລົ້ນໂຮງຫມໍ.

ສະນັ້ນ ທຸກຄົນຈົ່ງຊ່ວຍກັນຮ່ວມມືກັນແທ້ໆ ແລະ ຕ້ອງປະຕິບັດຕາມຄຳແນະນຳຂອງຂັ້ນເທິງງ ເພື່ອໄລ່ຕ້ານເຊື້ອໂຄວິດ ນີ້ ອອກຈາກປະເທດລາວໃຫ້ຫມົດໄປ.

ແຕ່ແນວໃດກໍ່ຕາມ ພາກສ່ວນກໍ່ໄດ້ເອົາໃຈໃສ່ຢ່າງເຕັມທີ່ ໂດຍສະເພາະກັບທີມແພດໝໍທີ່ເຮັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ສົ່ງກັບບ້ານສູ່ອ້ອມກອດຄອບຄົວ ຖືເປັນຊ່ວງເວລາທີ່ໜ້າຍິນດີສຸດ.

ກ່ອນຈະມີການສົ່ງຕົວທີມແພດໝໍກ່າວແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ

Leave a Reply

Your email address will not be published. Required fields are marked *

Back to top button