ຜົນກະທົບຈາກພາຍຸໂກນເຊິນ ໃນບ້ານໂພນໄຜ່ ເມືອງສາລະວັນ

ເວລາປະມານ 18 ໂມງ ວັນທີ 11 ກັນຍາ ໄດ້ເກີດເຫດມີພາຍຸເຂດຮ້ອນໂກນເຊິນພັດຜ່ານ

ເຮັດໃຫ້ເຮືອນຂອງປະຊາຊົນ ບ້ານໂພນໄຜ່ ເມືອງສາລະວັນ ໄດ້ຮັບຜົນເສຍຫາຍ ມີເຮືອນລົ້ມ

ຫລັງຄາເລີກ ຈຳນວນ 75 ຫຼັງ ໃນນັ້ນເສຍຫາຍຫນັກຈຳນວນ 20 ຫຼັງ ເສຍຫາຍປານກາງ45 ຫຼັງ ແລະ ເສຍຫາຍເລັກນ້ອຍ 10 ຫຼັງ

ເຮັດໃຫ້ມີຜູ້ເສຍຊີວິດຫນື່ງຄົນ ເພດຍິງ ອາຍຸ 50 ກວ່າປີ ບາດເຈັບສາຫັດ 2 ຄົນ ແລະບາດເຈັບເລັກນ້ອຍ 6 ຄົນ ປັດຈຸບັນ ປະຊາຊົນ 193 ຄົນຂາດທທີ່ຢູ່ອາໄສ.

Leave a Reply

Your email address will not be published. Required fields are marked *

Back to top button