ເດືອນມີນາ ເງີນເຟີ້ 41,0% ລາຄາ ສີນຄ້າເພີ່ມຂື້ນ ຢ່າງຕໍ່ເນື່ອງ ລາຍລະອຽດດັ່ງນີ້..

ສະພາບອັດຕາເງິນເຟີ້ ອັດຕາເງິນເຟີ້ລວມຂອງ ສປປ ລາວ ເດືອນມີນາ 2023 ຢູ່ໃນລະດັບ 41,0% (ເດືອນກຸມພາ 2023 ແມ່ນ 41,3%) ແລະ ສະເລ່ຍ ອັດຕາເງິນເຟີ້ ໄຕມາດ 1 ປີ 2023 ຢູ່ໃນລະດັບ 40,8%.

ໃນເດືອນມີນາ 2023 ນີ້ ຫມວດທີ່ ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 51,0%, ຫມວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂຶ້ນ 41,8%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 41,7%,

ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,9%, ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 35,0%, ຫມວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 27,2%, ຫມວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,7%.

ລາຄາເຂົ້າສານປະເພດ 1 ເພີ່ມຈາກ ລາຄາສະເລ່ຍ 14.384 ກີບ/ກິໂລ ໃນເດືອນກຸມພາ ເປັນ 14.637 ກີບ/ກິ ໂລ,

ຊິ້ນຫມູ ເພີ່ມຈາກ 74.458 ກີບ/ກິໂລ ມາເປັນ 76.349 ກີບ/ກິໂລ,

ລາຄາຊີ້ນງົວປະເພດ 1 ເພີ່ມຈາກ 96.579 ກີບ/ກິໂລ ມາເປັນ 105.725 ກີບ/ກິໂລ.

ເຖິງຢ່າງໃດກໍ່ຕາມ, ບາງລາຍການສິນຄ້າກໍ່ໄດ້ປັບໂຕຫລຸດລົງເມືອທຽບກັບ ເດືອນຜ່ານມາເປັນຕົ້ນແມ່ນ: ນ້ໍາມັນກະຊວນ, ໄຂ່ໄກ່ ແລະ ຜັກສົດ. ພ້ອມກັນນັ້ນ, ຄາດວ່າ ທ່າອ່ຽງລາຄາສິນຄ້າໃນ ເດືອນເມສາ 2023 ອາດມີລາຄາສູງຂຶ້ນ ເມື່ອທຽບກັບປະຈຸບັນເນື່ອງຈາກມີຄວາມຕ້ອງການຂອງຜູ້ບໍລິໂພກຈະເພີ່ມ ຂຶ້ນ

ເນື່ອງຈາກເປັນເທດສະການປີໃຫມ່ລາວ ແລະ ສະພາບການເຫນັງຕີງຂອງລາຄາສິນຄ້ານໍາເຂົ້າທີ່ຍັງບໍ່ສາມາດຄາດ ຄະເນໄດ້ຢ່າງແນ່ນອນ. ສະນັ້ນ, ຄາດວ່າລະດັບອັດຕາເງິນເຟີ້ໃນ ເດືອນ ເມສາ 2023 ຈະສືບຕໍ່ຢູ່ໃນລະດັບທີ່ເພີ່ມຂຶ້ນ ຈາກເດືອນມີນານີ້.

ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາສິນຄ້າກໍ່ຍັງມາຈາກທັງປັດໄຈພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນ:

(1) ການໃຊ້ນະໂຍບາຍແບບຮັດກຸມເພື່ອຫລຸດຜ່ອນອັດຕາເງິນເຟີ້ໂດຍການຂຶ້ນອັດຕາດອກເບ້ຍນະໂຍບາຍຂອງ ປະເທດເສດຖະກິດໃຫຍ ່ ທີ່ໄດ້ກະທົບເຖິງການໄຫລຂອງເງິນຕາ ແລະ ເຮັດໃຫ້ເງິນຕາແຂງຄ່າຂຶ້ນໂດຍສະເພາະແມ່ນ ເງິນໂດລາແຂງຄ່າ. ເຊັ່ນດຽວກັນນັ້ນ ເງິນປະເທດຄູ່ຄ້າກໍ່ອ່ອນຄ່າລົງ ລວມທັງເງິນກີບ ຊຶ່ງກະທົບເຖິງລາຄາສິນຄ້ານໍາ ເຂົ້າຂອງ ສປປ ລາວ; (2)ສະຖານະການຄວາມຂັດແຍ່ງທາງການທະຫານ ລະຫວ່າງ ຣັດເຊຍ ແລະ ອຸແກຣນ ແລະ ເຮັດໃຫ້ມີການຈໍາກັດການຜະລິດ ແລະ ຂົນສົ່ງ

ຄວາມຂັດແຍ່ງທາງດ້ານເສດຖະກິດຂອງປະເທດມະຫາອໍານາດ ພະລັງງານເຊື້ອໄຟ ແລະ ສິນຄ້າກະສິກໍາ ເຮັດໃຫ້ລາຄານໍ້າມັນ ແລະ ບາງສິນຄ້າກະສິກໍາ ຖີບໂຕຂຶ້ນສູງ;

(3) ຖານຜະລິດ ພາຍໃນປະເທດແມ່ນຍັງບໍ່ທັນເຂັ້ມແຂງ, ສ່ວນຫລາຍແມ່ນເອື້ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ສີນຄ້າ ອຸປະໂພກ, ບໍລິໂພກ, ສິນຄ້າປະພດ ປັດໄຈການຜະລິດ (ຝຸ່ນວິທະຍາສາດ, ຫົວອາຫານສັດ, ຢາວັກຊິນສໍາລັບສັດ,…), ເຄື່ອງມື ແລະ ວິທະຍາສາດອື່ນໆ ແມ່ນໄດ້ນໍາເຂົ້າ, ດັ່ງນັ້ນ ເມື່ອລາຄາສິນຄ້າຢູ່ຕ່າງປະເທດສູງຂຶ້ນ ຈິ່ງໄດ້ສົ່ງຜົນໃຫ້ລາຄາ ສິນຄ້າຢູ່ພາຍໃນປັບໂຕຂຶ້ນຕາມ;

(4) ຄວາມອາດສາມາດໃນການແຊກແຊງຕະຫລາດອັດຕາແລກປ່ຽນມີຄວາມຈໍາກັດ ແລະ ການຄຸ້ມຄອງລາຄາສິນຄ້າຢູ່ພາຍໃນຍັງບໍ່ທັນໄດ້ດີເທົ່າຄວນ.

ພ້ອມກັນນັ້ນ, ເມື່ອສັງເກດເບິ່ງໂຄງສ້າງລາຄາສິນຄ້າ1 ທີ່ຜະລິດຢູ່ພາຍໃນເປັນຕົ້ນແມ່ນ: ເຂົ້າ, ຊີ້ນ ແລະ ປາ ເຫັນວ່າ ຕົ້ນທຶນການຜະລິດເຂົ້າ ໄດ້ນໍາໃຊ້ວັດຖຸດິບ ຫລື ປັດໄຈການຜະລິດມາຈາກຕ່າງປະເທດໃນສັດສ່ວນທີ່ຫລາຍ ສົມຄວນ.

ຕົວຢ່າງ: ການຜະລິດເຂົ້ານາປີ ນໍາໃຊ້ ປຸຍ ກວມ 15,31% ຂອງຕົ້ນທຶນທັງຫມົດ ແລະ ນ້ໍາມັນກະຊວນ ປະມານ 7,98% ຂອງຕົນທຶນການຜະລິດທັງຫມົດ; ການຜະລິດປາກະຊັງ ມີການນໍາເຂົ້າຫົວອາຫານປາ ແລະ ລູກປາ ນ້ອຍ ກວມ 84,85% ຂອງຕົ້ນທຶນການຜະລິດທັງຫມົດ ແລະ

ການຜະລິດຫມູພັນ ນໍາໃຊ້ຫົວອາຫານ, ລູກຫມູນ້ອຍກວມ 82,63% ຂອງຕົ້ນທຶນການຜະລິດທັງຫມົດ. ດັ່ງນັ້ນ, ການຜະລິດສິນຄ້າເຫລົ່ານີ້ ຖ້າຫາກສືບຕໍ່ນໍາໃຊ້ປັດໄຈການ ຜະລິດຈາກຕ່າງປະເທດແມ່ນຈະໄດ້ຮັບຜົນກະທົບຫລາຍ ເວລາລາຄາສິນຄ້າຢູ່ຕ່າງປະເທດເພີ່ມຂຶ້ນ ແລະ ເມື່ອອັດຕາ ແລກປ່ຽນສະກຸນເງິນພາຍໃນອ່ອນຄ່າ.

ຂໍ້ມູນຈາກ: ສູນສະຖິຕິແຫ່ງຊາດ

Leave a Reply

Your email address will not be published. Required fields are marked *

Back to top button