ເຂົ້າໃໝ່ນາປີອອກຈໍາໜ່າຍແລ້ວ ແຕ່ລາຄາເຂົ້າຍັງແພງ

ເຂົ້າໃໝ່ນາປີອອກຈໍາໜ່າຍແລ້ວ ແຕ່ລາຄາເຂົ້າຍັງແພງ ຄາດແກ່ຍາວຮອດເດືອນ 4 ປີ 2023

..

ລາຄາເຂົ້າໃນຕະຫຼາດຍັງບໍ່ຫຼຸດລົງ ເຖິງຈະມີການເລີ່ມຈໍາໜ່າຍເຂົ້ານາປີແລ້ວກໍຕາມ.

ໃນລະຫວ່າງເດືອນກັນຍາ ລາຄາເຂົ້າສານໜຽວສະເລ່ຍຢູ່ທີ່ 1,2 ແສນກີບ/ໝື່ນ ມາຮອດປັດຈຸບັນປະມານ 1,3 ແສນກີບ/ ໝື່ນ.

ຈາກລາຄາເຂົ້າທີ່ມີທ່າອ່ຽງ ເພີ່ມຂຶ້ນຕໍ່ເນື່ອງ ໃນວັນທີ 24 ຕຸລາ 2022 ພະແນກອຸດສາ ຫະກໍາ ແລະ ການຄ້າ ນະຄອນຫຼວງ ( ອຄ.ນວ )

ຮ່ວມກັບ ຜູ້ປະກອບການ ບໍລິສັດຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມກາກະເສດ ຂາອອກ -ຂາເຂົ້າ ຈໍາກັດຜູ້ດຽວ ແລະ ກຸ່ມໂຮງສີເຂົ້າຢູ່ໃນ ນວ ຈຶ່ງໄດ້ຂາຍເຂົ້າລາຄາຊີ້ນໍາແຊກແຊງລາຄາຕະຫຼາດ.

ອີງໃສ່ສະພາບລາຄາເຂົ້າໃນໄລຍະ 6 ເດືອນຕົ້ນປີຢູ່ ນວ ເຫັນວ່າລາຄາເຂົ້າກິນໄດ້ມີການເຫນັງຕີງປັບຂຶ້ນຕໍ່ເນື່ອງ. ໃນນັ້ນ, ລາຄາເຂົ້າເປືອກຫນຽວ ສະເລ່ຍ 5.500 ກີບຕໍ່ກິໂລ ສົມທຽບໃສ່ປີ 2021 ເພີ່ມຂຶ້ນ 34,14%.

ເຂົ້າສານຫນຽວ ປະເພດ 2 ລາຄາສະເລ່ຍ 10.500 ກີບຕໍ່ກິໂລ ສົມທຽບໃສ່ປີ 2021 ເພີ່ມຂຶ້ນ 36,36% ອັນກ່ຽວເນື່ອງມາຈາກປັດໄຈລາຄານໍ້າມັນເຊື້ອໄຟ, ອັດຕາແລກປ່ຽນ, ລາຄາປຸ໋ຍ ແລະ ສະພາບເງິນເຟີ້.

ທ່ານ ນາງ ຈັນເພັງ ແສງທະວີ ປະທານບໍລິສັດ ຄໍາແພງເພັດແຈ້ງສະຫວ່າງ ສົ່ງເສີມການກະເສດຂາອອກ-ຂາເຂົ້າ ກ່າວວ່າ:

ມາຮອດປັດຈຸບັນລາຄາເຂົ້າຍັງບໍ່ມີທ່າອ່ຽງຫຼຸດລົງ ຄາດວ່າຈະສືບຕໍ່ສູງຂຶ້ນຈົນຮອດເດືອນ 3-4 ປີ 2023.

ທີ່ມາ: ໜັງສືພິມເສດຖະກິດການຄ້າ
#TargetMagazin

Leave a Reply

Your email address will not be published. Required fields are marked *

Back to top button