ຫລັກທຳທີ່ຈະໄດ້ຈາກບຸນອອກພັນສາ, ສິ່ງທີ່ປະຕິບັດໃນວັນອອກພັນສາ ແລະ ປະຫວັດບຸນອອກພັນສາ

#ຫລັກທຳທີ່ຈະໄດ້ຈາກບຸນອອກພັນສາຄື:

1/ອອກຈາກອະບາຍຍະມຸກທັງຫລາຍທັງປວງ.

2/ອອກຈາກອະກຸສົນສິ່ງທີ່ເປັນບາບທັງຫລາຍທັງປວງ.

3/ອອກຈາກກິເລດຕັນຫາທີ່ຄອບງຳຈິດໃຈຢູ່.

4/ອອກຈາກວັດຕະສົງສານທັງຫລາຍທັງປວງ.

5/ອອກຈາກກາມມະລົມຄືຄວາມໂລບຄວາມໂກດຄວາມຫລົງທີ່ຝັງຢູ່ໃນຈິດໃຈ.

6/ອອກຈາກການເປັນສັດຕູມາເປັນມິດແທນເພາະໄດ້ມີການກ່າວຕັກເຕືອນແລະໃຫ້ອາໄພເຊິ່ງກັນແລະກັນ.

#ສິ່ງທີ່ປະຕິບັດໃນວັນອອກພັນສາຄື:

1/ທຳບຸນໃສ່ບາດຢາດນ້ຳອຸທິດໄປຫາຍາດພີ່ນ້ອງທີ່ລ່ວງລັບໄປແລ້ວນັ້ນ.​

2/ເຂົ້າວັດປະຕິບັດທຳຮັກສາສິນຈະເລີນເມດຕາພາວະນາ.​

3/ເຂົ້າວັດສ້າງຄວາມສາມັກຄີກັນໃນການເຮັດກິດຈະກຳຕ່າງໆເຊັ່ນ:ເຮັດເຮືອໄຟໂຄກ ເຮືອໄຟນ້ຳ ຊ່ວງເຮືອ.​

4/ປະດັບປະດາ ອະນາໄມວັດວາອາຮາມແລະເຮືອນຊານບ້ານຊ່ອງຂອງຕົນເອງ.​

5/ສ້າງຄຸນງາມຄວາມດີຮ່ວມກັນເປັນຫມູ່ຄະນະທຳບຸນຮ່ວມຊາດຕັກບາດຮ່ວມຂັນສ້າງຄວາມສາມັກຄີປອງດອງ.​

#ປະຫວັດບຸນອອກພັນສາມະຫາປະວາລະນາໂດຍຫຍໍ້

ວັນບຸນອອກພັນສາ​ ຫລື​ ເອີ້ນອີກແບບໜື່ງວ່າວັນມະຫາປະວາລະນາ ເຊິ່ງເປັນວັນໜື່ງທີ່ສຳຄັນ ໃນທາງພຣະພຸດທະສາສະໜາ ທີ່ໄດ້ເປີດໂອກາດໃຫ້ພຣະພິກສຸສົງສາມະເນນ ກ່າວຕັກເຕືອນເຊິ່ງກັນແລະກັນ

ພຣະຜູ້ໃຫຍ່ໃຫ້ໂອວາດພຣະຜູ້ນ້ອຍ ພຣະຜູ້ນ້ອຍຂໍຂະມາລາໂທດຜູ້ໃຫຍ່ ຫລັງຈາກທີ່ຢູ່ຈຳພັນສານຳກັນມາເປັນໄລຍະເວລາ 3 ເດືອນ ແນນອນທຳມະຊາດຂອງມະນຸດຜູ້ຍັງບໍ່ທັນສິ້ນສຸດກິເລດ ຍ່ອມມີເລື່ອງທີ່ຂັດຂ້ອງຫມອງໃຈ ຜິດໃຈກັນ ບໍເຂົ້າໃຈກັນ ເປັນເລື່ອງທຳມະດາ ມື້ນີ້ເອງພຣະພຸດທະເຈົ້າເພິ່ນຈື່ງເປີດໂອກາດໃຫ້ກ່າວຄຳຕັກເຕືອນເຊິ່ງກັນແລະກັນ ເພື່ອໃຫ້ພະສົງເປັນແບບຢ່າງທີ່ດີໃຫ້ກັບອອກຕົນຍາດໂຍມທັງຫຼາຍ ແລະໃຫ້ເປັນໄປໃນທາງທີ່ຖືກຕ້ອງ ຄຳວ່າ: ປະວາລະນາຫມາຍເຖິງອະນຸຍາດ ຫຼື ຍອມໃຫ້.​

,,

ຄຳວ່າ: ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດທີ່ເຂົ້າຈຳພັນສາເປັນເວລາ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ຂອງຕົນ ໄປຮັບກິດນິມົນ ໄປເທດສະໜາທຳ ຢູ່ບ່ອນອ່ື່ນໄດ້ ໂດຍບໍ່ຜິດວິນັຍ ຫລືຕ້ອງອາບັດທຸກກົດ ເອີ້ນອີກຢ່າງໜຶ້ງວ່າ ການອອກຈາກລະດູຝົນ.

ພິທີກຳໃນຕອນເຊົ້າມີການໃສ່ບາດຢາດນ້ຳ,​ຖວາຍວັດຖຸໄທຍະທານຕ່າງໆຕາມຮີດຄອງປະເພນີລາວ ຕອນສວາຍພຣະສົງໄປລົງອຸໂບສົດສັງຄະກຳ ພໍຕົກຄ່ຳພຣະສົງແລະຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດໃກ້ບ້ານຂອງຕົນເພ່ື່ອພ້ອມພຽງກັນສ້າງເຮືອໄຟໂຄກ, ເຮືອໄຟນ້ຳ ມີການວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ,​ລອຍກະໂທງ ແລະ ໄຕ້ໄຟບູຊາຄຸນພຣະລັດຕະນະໄຕຣ ເຊັ່ນ:

ຄຸນພະພຸດ​ ພະທຳ ແລະ ພະສົງ. ນອກຈາກນັ້ນແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜລາວ ເພື່ອໃຕ້ບູຊາຄຸນ ພະພຸດ ພະທຳ ແລະ ພະສົງອີກ ເພື່ອຄວາມເປັນສິຣິມຸງຄຸນ ແລະ ຄວາມຢູ່ເຢັນເປັນສຸກຂອງຄອບຄົວຕົນເອງ

ນອກຈາກນັ້ນບາງບ້ານຍັງໄດ້ສ້າງເຮືອໄຟນ້ຳໄປບູຊາພະແມ່ຄົງຄາຢູ່ທີ່ແມ່ນ້ຳເພື່ອນ້ອມລະນືກເຖິງຄຸນຄ່າຂອງແມ່ນ້ຳຄົງຄາທີ່ປະຊາຊົນໄດ້ຊົມໃຊ້ເຂົ້າໃນການກະເສດ ແລະ ອື່ນໆ ຈາກນັ້ນເພິ່ນຈຶ່ງໄຕ້ໄຟລຽນໃສ່ເຮືອໄຟ ເພື່ອໃຫ້ແນມເຫັນແສງໄຟໃນຄືນວັນເພັງ ພ້ອມກັນອະທິ​ຖານຕ່າງໆນາໆເຊ່ັນວ່າ:

ຂໍໃຫ້ຊີວິດມີຄວາມສຸກ,ປາສະຈາກ​ໂລກໄພໄຂ້ເຈັບ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟອອກສູ່ແລວນ້ຳເອີ້ນວ່າ “ການໄຫລເຮືອໄຟ”.

ມື້ຕໍ່ມາມື້ແຮມ 1 ຄ່ຳຕອນເຊົ້າມືດມີການຕັກບາດເທໂວເພື່ອລະນືກເຖິງວັນສຳຄັນໃນຄັ້ງພຸດທະການ​ຄື: ຕອນທີ່ພຣະພຸດ​ທະເຈົ້າກັບລົງມາແຕ່ເທວະໂລກຄືສະຫວັນຊັ້ນດາວະດຶງຕອນທີ່ໄປຈຳພັນສາເທດໂປດພຣະມານດາເປັນເວລາສາມເດືອນ ແລ້ວສະເດັດລົງມາປະຊາຊົນຊາວພຸດໄປຕ້ອນຮັບດ້ວຍການໃສ່ບາດເທໂວໂລຫະນະ​ ຕອນສວາຍມີການຈັດຊ່ວງເຮືອລະ​ຫວ່າງ​ຊຸມຊົນຕ່າງໆ ແລະ ຄົບງັນກັນຕາມຮີດຄອງປະເພນີຕະ​ຫລອດ​ທັງເວັນແລະຄືນ.

,

ແຕ່ປີນີ້ເນື່ອງດ້ວຍສະພາບໂຄວິດ19ລະບາດ ຫລາຍໆວັດໃນເຂດທີ່ມີຄວາມສ່ຽງກໍ່ໄດ້ງົດຈັດກິດຈະກຳທັງໝົດໄປ ເພື່ອຄວາມປອດໄພຂອງຊາວພຸດທຸກຄົນ…

ຈຸດປະສົງຂອງການຊ່ວງເຮືອ,​ ການ​ໄຫລເຮືອໄຟ ແມ່ນເພື່ອສົມມາຄາລະວະ ພ້ອມທັງບວງສວງ ຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາອົງທີ່ໄດ້ປົກປັກຮັກສາແມ່ນ້ຳລຳເຊ ຕະຫລອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດທັງຫລາຍໄດ້ທຳມາຫາກິນຢ່າງສະຫງົບສຸກ.

ໂດຍ:ພຣະ ປິ່ນທອງ ອິນສະກຸນ (ປັນຍາວະໂຣ)

Leave a Reply

Your email address will not be published. Required fields are marked *

Back to top button