ອຳລາອາໄລ ຄັ້ງສຸດທ້າຍ ຈາກກັນໄປຊົ່ວນິລັນ ຂຶ້ນສະຫວັນຊັ້ນຟ້າ ໝໍລຳ ອິນແຕ່ງ

ໝໍລຳ ອິນແຕ່ງ ໝໍລຳຊື່ດັງ ພາກໃຕ້ ຈາກເຫດໂດດຂົວຂ້າມນ້ຳຂອງຫວັງຈົບຊີວິດໃນວັນທີ 19 ກັນຍາ 2022, ພົບຮ່າງໃນວັນທີ 21 ກັນຍາ 2022 ຜູ້ຄົນແຟນເພງຕ່າງເສຍດາຍ ແລະ ຮ່ວມອາໄລ ເສຍໃຈນໍາຄອບຄົວ

.

ອິນແຕ່ງ ແກ້ວບົວລາ ຫຼື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລໍາ ເລີ່ມຮ້ອງເພງແຕ່ອາຍຸ 15 ປີ ມີຜົນງານເພງຫຼາກຫຼາຍ ເຊົ້າສອງແລງສາມ, ລໍາສີພັນດອນ, ອ້າຍກິນດອງບໍ່ມີຊອງໃຫ້ … ແລະ ອີກຫຼາກຫຼາຍຜົນງານທີ່ຍັງຄົງຢູ່ໃນໃຈຫຼາຍໆຄົນ

.


ມື້ນີ້ເປັນມື້ສົງສະການ ເຊິ່ງເປັນມື້ສົ່ງ ໝໍລຳ ອິນແຕ່ງ ນາງຟ້າໝໍລໍາຂຶ້ນເທິງສະຫວັນ ຄອບຄົວ, ໝູ່ເພື່ອນ, ແຟນເພງ ຕ່າງມາຮ່ວມສົ່ງ ແລະ ອາໄລ ທີ່ວັດຫມອງບົວ, ວັດອາຈານທອງ, ວັດນອກ ບ້ານຄັນແຍງ ເມືອງໂພນທອງ.

.
ຂໍໃຫ້ໄປດີເດີ້

ຊົມຄລີບ 1

ຊົມຄລີບ 2

,,

ຊົມຄລີບ 3

,,

,,

Leave a Reply

Your email address will not be published. Required fields are marked *

Back to top button