ເນື່ອງຈາກລາຄາໄຂ່ ນັບມື້ເພີ່ມຂຶ້ນ ເຮັດໃຫ້ສົ່ງຜົນກະທົບຕໍ່ຜູ້ບໍລິໂພກໃນສັງຄົມ

ເນື່ອງຈາກລາຄາໄຂ່ຢູ່ນະຄອນຫລວງວຽງຈັນ ນັບມື້ເພີ່ມຂຶ້ນ ເຮັດໃຫ້ສົ່ງຜົນກະທົບຕໍ່ຜູ້ບໍລິໂພກໃນສັງຄົມ ໂດຍສະເພາະຜູ້ມີລາຍຮັບຕໍ່າ.

ດັ່ງນັ້ນ, ປັດຈຸບັນ ນະຄອນຫລວງວຽງຈັນ ພວມຄົ້ນຄ້ວາເພື່ອສະເໜີເອົາສິນຄ້າດັ່ງກ່າວນີ້ເຂົ້າໃນລາຍການສິນຄ້າຄວບຄຸມຊົ່ວຄາວ ແລະ ຫາທາງອອກເພື່ອໃຫ້ສາມາດຢູ່ໄດ້ທັງຜູ້ຜະລິດ ແລະ ຜູ້ບໍລິໂພກ.

ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ:

ໄຂ່ແມ່ນນອນຢູ່ໃນບັນຊີລາຍການສິນຄ້າຕິດຕາມແຕ່ບໍ່ໄດ້ຄວບຄຸມ ໂດຍແມ່ນຜູ້ຂາຍເປັນຜູ້ກຳນົດລາຄາເອງແຕ່ຕ້ອງໄດ້ຜ່ານການຮັບຮອງຈາກພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ກ່ອນຈິ່ງສາມາດຈໍາໜ່າຍຕາມກົດໄກຂອງຕະຫລາດ ເຊີ່ງລາຄາໄຂ່ໃນປັດຈຸບັນ ສະເລ່ຍແລ້ວແມ່ນຢູ່ໃນລາຄາປະມານ 58.000 ກີບ/ແຕະ.

ປັດຈຸບັນ, ທາງພະແນກກໍາງລັງຄົ້ນຄວ້າເພື່ອສະເໜີເອົາໄຂ່ເຂົ້າໃນລາຍການສິນຄ້າຄວບຄຸມຊົ່ວຄາວ ແລະ ພວມປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງເພື່ອເອົາຂໍ້ມູນກ່ຽວກັບຕົ້ນທຶນການຜະລິດໄຂ່

ຈາກນັ້ນຈະໄດ້ກໍານົດລາຄາຂາຍຄືນໃໝ່ ເຊີ່ງຜ່ານມາເຄີຍຮຽກເຈົ້າຂອງຟາມໄກ່ມາປະຊຸມຮ່ວມກັນຄັ້ງໜຶ່ງແລ້ວ ແຕ່ການສະເໜີເອົາໄຂ່ເຂົ້າໃນລາຍການສິນຄ້າຄວບຄຸມຊົ່ວຄາວທາງ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຍັງບໍ່ທັນໄດ້ຮັບຮອງເທື່ອຈິ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້.

ມາຮອດປັດຈຸບັນ ເຫັນວ່າລາຄາໄຂ່ເພີ່ມຂຶ້ນຢ່າງກ້າວກະໂດດເກີນທົບເຄີ່ງຈິ່ງມີຄວາມຈໍາເປັນຕ້ອງໄດ້ຄົ້ນຄ້ວາຄືນໃໝ່ເພື່ອນໍາສະເໜີທາງກະຊວງພິຈາລະນາອີກເທື່ອໜຶ່ງ.

ຢ່າງໃດກໍຕາມ ທ່ານຍັງບໍ່ທັນສາມາດຢືນຢັນໄດ້ວ່າ ຖ້າຫາກໄຂ່ໄດ້ນອນຢູ່ໃນລາຍການສິນຄ້າຄວບຄຸມຊົ່ວຄາວ ລາ ຄາຈະຖືກລົງ ຫລື ຈະສາມາດກໍານົດລາຄາຂາຍໄດ້ຢ່າງຊັດເຈນໄດ້ ເພາະຕ້ອງໄດ້ເບິ່ງຕົ້ນທຶນຂອງຜູ້ລ້ຽງສັດກ່ອນ

ຖ້າບໍ່ໄດ້ກໍາໄລຈະເຮັດໃຫ້ຜູ້ລ້ຽງ ຫລື ເຈົ້າຂອງຟາມຫລຸບທຶນ ແລະ ຢຸດຕິກິດຈະການໄດ້ ເຊີ່ງຈະເປັນການສ້າງຄວາມລໍາບາກໃຫ້ແກ່ຜູ້ບໍລິໂພກເພີ່ມຂຶ້ນໄປອີກ.

ພ້ອມນີ້ ທ່ານຍັງໄດ້ຝາກມາຍັງຜູ້ບໍລິໂພກທຸກຄົນ ຈົ່ງເຂົ້າໃຈວ່າລາຄາສິນຄ້າຢູ່ບ້ານເຮົາເຖີງວ່າເພີ່ມຂຶ້ນ ແຕ່ຖ້າທຽບໃສ່ບາງປະເທດໃກ້ຄຽງລາຄາສິນ ຄ້າຢູ່ບ້ານເຮົາແມ່ນຖືກກວ່າ

ໂດຍສເພາະລາຄາໄຂ່ ແລະ ຊີ້ນໝູ ເຮັດໃຫ້ໃນໄລຍະຜ່ານມາມີບາງຄົນພະຍາຍາມນໍາເອົາສິນຄ້າເຫລົ່ານີ້ຈາກບ້ານເຮົາລັກລອບເຂົ້າໄປຂາຍຢູ່ປະເທດໃກ້ຄຽງແຕ່ຖືກເຈົ້າໜ້າທີ່ກ່ຽວຂ້ອງຂອງເຂົາເຈົ້າຈັບໄດ້ມາແລ້ວ.

ທີ່ມາ: FM 90 ລາຍງານ

Leave a Reply

Your email address will not be published. Required fields are marked *

Back to top button