ເຈົ້າເຊື່ອເລື່ອງ ພໍ່ແມ່ຮັກລູກບໍ່ເທົ່າກັນບໍ່?

ເຈົ້າເຊື່ອເລື່ອງ ພໍ່ແມ່ຮັກລູກບໍ່ເທົ່າກັນບໍ່?

ເລື່ອງມີຢູ່ວ່າ ຜູ້ໃຊ້ຕິກຕັອກຄົນນີ້ໄດ້ອັດຄລິບລະບາຍຄວາມອັດອັ້ນໃຈ ໂດຍເປີດເຜີຍວ່າຕົນເອງຕ້ອງໄດ້ດູແລນ້ອງ ຮັບພາລະດູແລຄ່າໃຊ້ຈ່າຍນ້ອງສາວ ຕັ້ງແຕ່ 3 ປີກ່ອນ ທັງຄ່າຮຽນ,

ຄ່າກິນຄ່າຢູ່ຕ່າງໆ ເນື່ອງຈາກຕົນເປັນເອື້ອຍໃຫຍ່ສຸດໃນເຮືອນຕ້ອງດູແລນ້ອງ ຈຸດທີ່ເຮັດໃຫ້ຮັບບໍ່ໄຫວຄືນ້ອງສາວ ບໍ່ໄດ້ນຶກເຖິງຄຸນງາມຄວາມດີຂອງເອື້ອຍເລີຍ

ແຖມຍັງໃຊ້ຈ່າຍຟຸມເຟືອຍ ເລາະກິນທ່ຽວ ຊື້ເຄື່ອງໃຊ້ ແລະ ເອົາບັດເຄດິດເອື້ອຍໄປຮູດຊື້ເຄື່ອງໝົດໄປກວ່າ 500$ ຫຼືປະມານ 6 ລ້ານປາຍກີບ

ເອື້ອຍຈຶ່ງທົນບໍ່ໄຫວ ແລະບອກກັບຄອບຄົວວ່າ ຮັບບໍ່ໄຫວແລ້ວ ຖ້ານ້ອງສາວຢາກຢູ່ອາເມຣິກາຕ້ອງພິຈາລະນາໂຕເອງ ແຕ່ພໍ່ແມ່ທີ່ໄດ້ຍິນແນວນັ້ນ ກັບຖືກຮ້າຍມາແລະດ່າວ່າເນລະຄຸນ ໂດຍອ້າງວ່າເຈົ້າມາໄດ້ຮອດທຸກມື້ນີ້ກໍຍ້ອນຄອບຄົວ ແລະ ຄວນຈະຕອບແທນຄອບຄົວແນ່…

ຕອນນີ້ຜູ້ເປັນເອື້ອຍຮູ້ສຶກຄືຕົນເປັນກະເປ໋າເງິນໃນເຮືອນ ເພາະຕ້ອງດູແລໃຊ້ຈ່າຍໃນເຮືອນ ແລະ ດູແລນ້ອງສາວສົ່ງເງິນໃຫ້ໃຊ້ຈ່າຍຟຸມເຟືອຍພ້ອມອີກ….

ຄລິບ: https://www.tiktok.com/@rewrite_mytrauma/video/7079483415501868334

ຖ້າເປັນເຈົ້າຄວນເຮັດແນວໃດ?

Leave a Reply

Your email address will not be published. Required fields are marked *

Back to top button