ພຣະອາຈານເຜີຍ ອິນແຕ່ງ ເຄີຍເລົ່າຄວາມຝັນ ໃຫ້ອານຈານແລ້ວ ຄັນມາປະຕິບັດທັມແຕ່ວັນນັ້ນ ນຳພຣະອາຈານ ຄົງບໍ່ມີວັນນີ້ດອກ

ເຟສບຸກ ພຮະອາຈານ ສູນປະຕິບັດທັມ ພູສ່າເຫຼົ້າ ແຂວງ ຈຳປາສັກ ໄດ້ໂພສວ່າ: ແຕ່ກ່ອນໂຍມນ້ອງ ມີບັນຫາຈະເຂົ້າມາຫາອາຈານແຕ່ເຊົ້າກ່ອນຜູ້ອື່ນ.

ໂຍມນ້ອງເອີຍ! ຄັນເຈົ້າມາປະຕິບັດທັມແຕ່ວັນນັ້ນ ນຳພຣະອາຈານ ເຈົ້າຄົງບໍ່ມີວັນນີ້ດອກ.

ເຈົ້າເຄີຍບອກວ່າ ໃຫ້ຂ້ານ້ອຍວ່າງວຽກກ່ອນ ຊິມາປະຕິບັດທັມນຳ (ບໍ່ຍາກໃຫ້ໃຜຮູ້) ພຣະອາຈາຣຍ໌ ກໍລໍຄ່ອຍວັນທີ່ເຈົ້າຈະມາປະຕິບັດທັມນຳ ແລະວັນນີ້ ກໍຄົງລໍຄ່ອຍເຈົ້າໄປອີກ ຈັກແສນປີ ຈຶ່ງຈະໄດ້ພໍ້ກັນອີກ.

ເຈົ້າເປັນຄົນທຳອິດ(ຂອງບ້ານຄັນແຍງ) ທີ່ມາສົ່ງເຂົ້າໃຫ້ພຣະອາຈາຣ

ຍ໌ໄດ້ສັນ. ເພາະຕອນນັ້ນພຣະອາຈາຣຍ໌ມາຢູ່ນີ້ ບໍ່ຮູ້ໃຜເລີຍ

ລາຍລະອຽດການຝັນຂອງອິນແຕ່ງທີ່ສົ່ງໃຫ້ພຮະອາຈານມີດັ່ງນີ້

ພຣະອາຈານ ຂະນ້ອຍລຸກ ຢາຍຫໍ່ເຂົ້າ ເເລ້ວຝັນວ່າຕົວ ເອງຍ່າງມາເເຕ່ຂົວປາກເຊ ຂົວຫນ້າວັດຫລວງ ເເລ້ວມີ ເດັກນ້ອຍລູກຝລັ່ງພາກັນ ຈ່ອງປະຕູຢອກລິງໃນລົດ ຄົນຕ່າງຊາດ ແລ້ວຜູ້ຫນຶ່ງ ກະເເຂວລົດເບື້ອງຫນ້າຄົນຂັບ

ຂະນ້ອຍກະຍ່າງຜ່ານ ມາ ພໍດີເດັກນ້ອຍອູ້ມ ຕຸກກະຕາເເລ່ນກາຍ ກະ ເລີຍວ່າ ຊັ້ນລະ ລູກຄົນ ລວຍຢາກໃດ້ຫຍັງກະໃດ້ ຕໍ່ມາກະຍ່າງໄປກັບນ້ອງ ສາວຂື້ນໄປຕຶກແຫ່ງຫນຶ່ງ ເເລ້ວກະເຂົ້າໄປພໍ້ຮ້ານຕັດ ຜ້າຮ້ານ1ຄືຮ້ານຂາຍເສື້ອຄື ເຄີຍໃສ່ກະຍ່າງກາຍມາ ຮ້ານສອງ

ເປັນຮ້ານຂາຍຜ້າ, ເມັດແນມເຂົ້າໄປເປັນຜ້າສີ ທະເລ ເເລະກໍ່ຍ່າງຂື້ນ ຂັ້ນໃດໄປຜ່ານອີກຫລາຍ ຊັ້ນ ຄືຍ່າງລົງບາດນີ້ກະ ຫງວກຫານ້ອງສາວຜູ້ຍ່າງ ນໍາກະເລີຍເອີ້ນຫາກະເຫັນ ນາງຍ່າງມານໍາ ລົງໄປອີກ

ຊັ້ນຄ້າຍໆຄືວ່າເປັນໂຮງ ເຢັນເເທ້ໆ ເລີຍຟ້າວຍ່າງ ຟ້າວກາຍເເນມເຫັນຜູ້ຊາຍ ຢູ່ຊັ້ນລຸ່ມຄືພະຍາບານຊາຍ ພໍຄວາມຝັນອອກຈາກ ບ່ອນນັ້ນໃກ້ຊິຈົບຝັນພັດ ຕື່ນໃນຝັນວ່າມີຜີຜູ້ຍິງມາ ຈັບຂາເບື້ອງຊາຍຢູ່ບ່ອນ ຂະນ້ອຍນອນ ພໍດີຕື່ນ ຝັນເເນວນີ້ເຫຍັງບໍ

,,

,,

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button