ຣັດເຊຍເລັ່ງການເຮັດປະຊາມະຕິເພື່ອຈະເອົາດິນແດນໃນຢູເຄຣນ

ບັນດາຜູ້ນຳທີ່ໄດ້ຮັບການແຕ່ງຕັ້ງຈາກຣັດເຊຍໃນເຂດຕ່າງໆທີ່ຢູ່ພາຍໃຕ້ການຍຶດຄອງຣັດເຊຍໃນ 4 ແຄ້ວນຂອງຢູເຄຣນ ໃນວັນອັງຄານ ວັນທີ 20 ກັນຍາ ເລັ່ງລັດ​ແຜນການ “​ລົງ​ປະຊາ​ມະຕິ” ເຂົ້າເປັນສ່ວນໜຶ່ງໃນດິນແດນຂອງຣັດເຊຍ

ການ​ເຄື່ອນ​ໄຫວ​ທີ່​ທ້າ​ທາຍ​ປະ​ເທດ​ຕາ​ເວັນ​ຕົກ​ ທີ່​ອາດຈະເຮັດໃຫ້​ສົງ​ຄາມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ແລະ ​ໄດ້​ເຮັດ​ໃຫ້​ມີ​ການ​ກ່າວ​ປະນາມ ​ຈາກ​ຢູ​ເຄຣນ ​ ແລະ ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ທັ້ງນີ້ພັກ​ຝ່າຍ​ຄ້ານ ​ໂປຣເຄຣມລິນ ​ເຊື່ອ​ວ່າ​ການ​ລົງ​ປະຊາ​ມະຕິ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ການ​ຮັບຮອງ​ຂອງຣັດ​ເຊຍ ຈະເຮັດໃຫ້ການເຄື່ອນໄຫວ​ໃດໆ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ​ຈະ​ເປັນ​ການ​ໂຈມ​ຕີ​ທັນທີ​ໃນ​ດິນ​ແດນ​ຂອງ​ມົສກູ.

ລັດຖະມົນຕີະຊວງການຕ່າງປະເທດຂອງຢູເຄຣນ ໃຫ້ສຳພາດກັບສື່ມວນຊົນ ໃນລະຫວ່າງເດີນທາງມາຮ່ວມປະຊຸມທີ່ສະຫະປະຊາຊາດວ່າ “ຣັດເຊຍສາມາດເຮັດໄດ້ທຸກຢ່າງຕາມທີ່ພວກເຂົາຕ້ອງການ” ໃນຕໍ່ມາລາວກໍ່ໄດ້ໂພສທາງອອນລາຍວ່າ “ຢູເຄຣນມີສິດ ໃນການປົດປ່ອຍດິນແດນຕ່າງໆຂອງຕົນເອງ ແລະ ຈະ​ສືບ​ຕໍ່​ປົດ​ປ່ອຍ​ອາ​ນາ​ເຂດ​ເຫຼົ່າ​ນັ້ນ ບໍ່ວ່າຣັດເຊຍຈະເວົ້າຫຍັງກໍຕາມ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມຣິກາ ລະບຸວ່າ ວໍຊິງຕັນ (ລັດໃນອາເມຣິກາ) ຂໍປະຕິເສດປະຊາມະຕິ ທີ່ບໍ່ຊັດເຈນດັ່ງກ່າວ ໃນຂະນະທີ່ສະຫະພາບເອີຣົບ ແລະ ການາດາ ກໍປະນາມແຜນການຈັດປະຊາມະຕິຄືກັນ.

ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງອີຢູ ບອກວ່າ ທາງກຸ່ມ ແລະ ລັດສະມາຊິກ ຈະບໍ່ຮອງຮັບຜົນຂອງການລົງປະຊາມະຕິ ແລະ ຈະພິຈາລະນາມາດຕະການຕ່າງໆ ເພີ່ມການລົງໂທດໃຫ້ຣັດເຊຍ ຖ້າວ່າຣັດເຊຍຍັງສືບຕໍ່ການລົງປະຊາມະຕິ.

ບັນດາຜູ້ນຳຝ່າຍຣັດເຊຍ ປະກາດການ “​ລົງ​ປະຊາ​ມະຕິ” ລະຫວ່າງວັນທີ 13-17 ກັນຍາ 2022 ທີ່ແຄ້ວນລູຮັນ ແຄ້ວນໂດເນສ ແຄ້ວນເຄີຊອນ ແລະ ແຄ້ວນຊາປໍລິສເຊຍ ເຊິ່ງຄິດເປັນປະມານ 15% ຂອງດິນແດນຢູເຄຣນ.

ບຸກຄົນສຳຄັນ ໃນຝ່າຍຣັດເຊຍ ບາງສ່ວນເຫັນວ່າການຈັດປະຊາມະຕິ ເປັນຄຳຂາດທີ່ຍື່ນເຖິງບັນດາປະເທດຕາເວັນຕົກ ໃຫ້ຍອມຮັບການໄດ້ມາເຊິ່ງດິນແດນ ຂອງຣັດເຊຍ ຫຼື ບໍ່ສະນັ້ນ ກໍສ່ຽງເຮັດສົງຄາມແບບສັດຕູ ທີ່ປະກອບມີອາວຸດນິວເຄຼຍ.

ຢ່າງໃດກໍຕາມ ສະຫະລັດອາເມຣິກາ ແລະ ພັນທະມິດນາໂຕ້ ເຊິ່ງໃຫ້ການສະໜັບສະໜູນດ້ານອາວຸດ ແລະ ອື່ນໆແກ່ຢູເຄຣນ ບອກວ່າການຈັດ “​ລົງ​ປະຊາ​ມະຕິ” ດັ່ງກ່າວຈະບໍ່ມີຄວາມໝາຍໃດໆ.

ເຈົ້າໜ້າທີ່ຝ່າຍຣັດເຊຍ ໃຫ້ຮູ້ວ່າ ການລົງ​ປະຊາ​ມະຕິທັ້ງຫຼາຍນັ້ນ ອາດຈະເປັນການລົງຄະແນນທາງເອເລັກໂທນິກ ທັ້ງນີ້ຣັດເຊຍເຄີຍຈັດປະຊາ​ມະຕິໃນ ໄຄເມຍ ຕັ້ງແຕ່ 8ປີກ່ອນແລ້ວ ກ່ອນ​ທີ່​ຈະ​ປະກາດ​ເອົາ​ດິນແດນ​ຂອງ​ອະດີດ​ຢູ​ເຄຣນ​ເຂົ້າ​ເປັນສ່ວນໜຶ່ງຂອງ​ດິນແດນຢ່າງເປັນ​ທາງ​ການ.

ນອກ, ນັ້ນ, ກະຊວງຕ່າງຮັດເຊຍໄດ້ຖະແຫລ່ງວ່າ ເຖິງຢູເຄຮນຈະຢຶດພື້ນທີສ່ວນຫນື່ງຄືນໄດ້ກໍ່ຕາມ, ນັ້ນພຽງເປັນການຢືດໄດ້ຊົ່ວຄາວຂອງກອງທັບຢຸດເຄຮນຊື່ ເພາະກອງທັບຣັດເຊຍຍັງຈະວາງແຜນອີກ ເພື່ອການຖະຫລົ່ມໃຫມ່ອີກຄັ້ງ ແລະ ຄັ້ງນີ້ຄາດວ່າຈະບໍ່ໄດ້ຖະຫລົ່ມພຽງເມືອງທີ່ຢູເຄຮນຢືດຄືນໄດ້ເທົ່ານັ້ນ, ຍັງຈະຖະຫລົ່ມໄປຫລາຍເມືອງອີກ

ຊົມຄລີບ

ແຫຼ່ງຂ່າວຈາກ The Washington Post

Leave a Reply

Your email address will not be published. Required fields are marked *

Back to top button