ສູດຢາດີ ປະຈຳເດືອນບໍ່ດີ,​ ໄຂ້ຮ້ອນ,​ ປວດຂໍ້..ຕາປາທີ່ເກິດຕາມພື້ນຕີນຝາມືຕາມຮ່າງກາຍ ຂອງເຮົາ.​

ຕົ້ນພືດນີ້ມີ ຊື່ວິທະຍາສາດວ່າ: Kalanchoe pinnata (Lam.) Pers., Bryophyllum pinnatum (Lam.) Oken.​ບ້ານເຮົາເອີ້ນວ່າຕົ້ນຄວ່ຳຕາຍຫງາຍເປັນ ຫລື ຂ້ວມຕາຍຫງາຍເປັນ (ບາງທ້ອງຖີ່ນອາດຈະເອີ້ນໄປແນວອື່ນກະມີ)​ ແຕ່ມື້ນີ້ພວກເຮົາຮຽນຮູ້ເຖິງສັບພະຄຸນຂອງຕົ້ນພືດຄວ່ຳຕາຍຫງາຍເປັນ.​

ຕົ້ນພືດນີ້ມີລັກສະນະເປັນໄມ້ລົ້ມລຸກທີ່ມັກເກິດຢູ່ຕາມປ່າຫລືຕາມບ້ານຫລືພື້ນທີ່ເປົ່າຫ່ວາງຂອງບ້ານເຮົາເປັນພຶດທີ່ຈະເລີນເຕິບໂຕງ່າຍ ຕາມພື້ນທີ່ມີຫີນ.​ຄວາມສຸງປະມານ 1 ແມັດ ໃບສີຂຽວຍາວເປັນຮູບໄຂ່ ແລະ ໃບໂຄ້ງມົນ.​ ຍາວ ປະມານ 5-10 ເຊັນຕີແມັດ ກ້ວາງປະມານ 5ເຊັນຕີແມັດ.

​ຂອບໃບມີລັກສະນະເປັນຕູ່ມຍອຍລຽນແຖວອ້ອມໃບແຕ່ລະໃບແມ່ນສາມາດແພ່ພັນດ້ວຍຕຸ່ມອ້ອມຂ້າງທີ່ສາມາດອອກຮາກ ແລະ ອອກຕົ້ນນ້ອຍໆ.​ດອກແມ່ນເປັນດອກຊໍ່ສີບົວອ່ອນຕິດກັນເປັນພວງ ແລະ ກ້ານ ແລະ ຕົ້ນມີສີແດງ ສ່ວນການຂະຫຍາຍພັນແມ່ນມີສອງແບບ.​1 ຂະຫຍາຍພັນທາງໃບ., 2 ດ້ວຍແກ່ນ

ຕົ້ນພືດນີ້ມີສັບພະຄຸນທາງຢາແມ່ນລົດຄວາມຮ້ອນເຊັ່ນ ໄຟໄຫມ້,​ນໍ້າຮ້ອນລວກ, ໄຫມ້ແດດ ກໍ່ເອົາມາຕຳແລ້ວເອົານໍ້າທີ່ໄດ້ນັ້ນມາທາໃສ່ ຫລື ອາການຄັນຕາເຈັບຕາແມ່ນຕຳເອົານໍ້າມາຢອດໃສ່ດວງຕາຈະຊ່ວຍໃຫ້ເຢັນຂື້ນ.

ນອກນັ້ນກໍ່ຍັງສາມາດຊ່ວຍຫນ້າຜາງຊ່ວຍລົດໄຂ້,​ແກ້ອາການແໜ້ນຫນ້າເອິກ (ເອົາວາງໃສ່ຫນ້າເອີກ)​, ໃຊ້ທາບາດແຜຝີຫນອງອັບເສບ ແລະ ແກ້ໂລກທາງຜິວຫນັງຕ່າງໆເຊັ່ນ ເປັນ ຂີ້ກາກ,​ຂີ້ຫິດ,​ມີຕູ່ມຕາມຮ່າງກາຍຕູ່ມເປັນຫນອງ, ນໍ້າຄັ້ນກີນເປັນຢາແກ້ອາການເຈັບທ້ອງ. ຂີ້ຖອກທ້ອງຕ່າງໆ ໂລກລິສິດວງທະວານ ໂລກໃຂຂໍ້ອັບເສບ.​

ນອກຈາກນີ້ການສືກສາວິໄຈຍັງພົບວ່າ ຊ່ວຍລົດນໍ້າຕານໃນເລືອ,​ຕ້ານເບົາຫວານ,​ ປ້ອງກັນແພກະເພາະ, ຕ້ານອະນຸມົນອິດສະລະ, ​ຕ້າມມະເຣັງ, ແລະ ຍັງ ພົບ ວ່າຖ້າຄົນຖອກທ້ອງ ແລະ ຜູ້ປ່ວຍມະເຣັງຫລັບໄດ້ດີເປັນຕົ້ນ.

ພືດນີ້ຍັງມີສັບພະຄຸນບໍາລຸງສຸຂະພາບເຊັ່ນ: ແກ້ປວດຫົວຈາກຄວາມຮ້ອນ ແມ່ນນໍາໃບມາລ້າງໃຫ້ສາອາດ ແລ້ວນຳເອົາມາຂະຍຳກັບນໍ້າ ຈາກນັ້ນເອົາທາຕົນໃຫ້ປຽກຊືນຕະຫລອດເວລາຈົນກວ່າອານຈະດີຂື້ນ.

ຮັກສາອາການໄອ ແລະ ອາຈົມເປັນເລືອດ: ນຳໃບສົດມາຕຳໃຫ້ລະອຽດ ແລ້ວດັ້ນຫວືຕ່ອງເອົາແຕ່ນໍ້າໃຫ້ໄດ້ປະມານ 1/2 ແກ້ວຊາ ແລ້ວເອົາມາປະສົມກັບນໍ້າເຜິ້ງ ປະມານ 1/2-1 ຊ້ອນຊາ ໃຫ້ເຂົ້າກັນຫມົດແລ້ວດືມເມື່ອມີອາການຈົນເຊົາອາການຫລືອາການປົກກະຕີ.

ຮັກສາ ແແລະ ບັນເທົາ ປວດດີດສີດວງທະວານ : ນໍາໃບມາຕາກໃຫ້ແຫ້ງ ແວ້ວມາຕຳຫລືບົດໃຫ້ເປັນຜົງລະອຽດ.​ແລ້ວນໍາຜົງ 1 ຊ້ອນໂຕະ ມາຊົງໃສ່ນໍ້າຮ້ອນ 1 ຊ້ອນຊາ.​ແລ້ວເຕີມນໍ້າເຜິ້ງ 1 ຊ້ອນໂຕະໃສ່.​ແລ້ວດືມອຸ່ນພໍດີ 3 ຄັ້ງຕໍ່ມື້.

ແກ້ທ້ອງເສຍຫລືຖອກທ້ອງ,​ທ້ອງບີດ,​ທ້ອງອືດ. ນໍາໃບມາຕໍາໃຫ້ລະອຽດແລ້ວນໍາມາຟອກໃສ່ຫນ້າທ້ອງ ມື້ລະ 2 ຄັ້ງ (ຕອນເຊົ້າ ແລະ ກ່ອນນອນ)​ຈົນກວ່າອາການດີຂື້ນ.

ຮັກສາປວດເຈັບຂໍ້ຕ່າງ ແລະ ປະຈຳເດືອມາບໍ່ປົກກະຕິ.​ ມາທັງຕົ້ນ ແລະໃບ ປະມານ 1 ກຳມື ຕໍ່ນໍ້າ1ລິດ ມາຕົ້ມໃຫ້ເດືອດໂດຍປະມານ 1 ໃນ 3 ສ່ວນ.​ ລໍໃຫ້ອຸ່ນພໍດີ ແລ້ວເອົາກອງ ແລ້ວດືມ ຄັ້ງລະ 1/2 ແກ້ວຊາ.​ມື້ລະ 2 ຄັ້ງ (ເຊົ້າ,​ກ່ອນນອນ)

ລາຍລະອຽດອ່ານທີ່ມາພາສາໄທ: https://www.sentangsedtee.com/health-beauty/article_57987

Leave a Reply

Your email address will not be published. Required fields are marked *

Back to top button