ສາເຫດທີ່ໝໍລຳອິນແຕງຄະນະດອກຟ້າເພັດໂພນທອງ ຕັດສິນໃຈຈົບຊີວິດໂຕເອງ ຍ້ອນເປັນໜີ້ພໍ່300ລ້ານ

ສາເຫດທີ່ໝໍລຳອິນແຕງຄະນະດອກຟ້າເພັດໂພນທອງ ຕັດສິນໃຈຈົບຊີວິດໂຕເອງ ຍ້ອນເປັນໜີ້ພໍ່300ລ້ານ ຫາເງີນມາແທນພໍ່ບໍ່ໄດ້ແຕ່ກະເສົ້າໃຈຫຼັງຈາກລູກ ຫຼັງຈາກລູກສາວເສຍຊີວິດຜູ້ຍັງກ້າຮັບບໍລິຈາກ ເພື່ອຂໍເງີນຊ່ວຍເຫຼືອຄອບຄົວໂຕເອງ

ເຜີຍສາເຫດ ຫມໍລຳດັງ ລາໂລກ ສາເຫດທີ່ນາງ ອິນແຕ່ງ ແກ້ວບົວລາ ລາໂລກ ອາດເປັນຍ້ອນໄດ້ນຳເງິນຈຳນວນ 300 ລ້ານກີບຂອງພໍ່ໄປໃຊ້ຈ່າຍຈົນຫມົດ.

ເຈົ້າຫນ້າທີ່ ປກສ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ຂໍ້ມູນວ່າ: ພໍ່ຂອງນາງ ອິນແຕ່ງ ແກ້ວບົວລາ ໄດ້ມອບເງິນ 300 ລ້ານກີບ ໃຫ້ຜູ້ກ່ຽວໄປຝາກທະນາຄານ;

ມາຮອດໄລຍະຫນຶ່ງ ພໍ່ບອກໃຫ້ໄປຖອນເງິນຈຳນວນດັ່ງກ່າວ ມາຊື້ເຄື່ອງສຽງເຂົ້າວົງດົນຕີ, ແຕ່ຜູ້ກ່ຽວຕອບວ່າ ບໍ່ສາມາດຖອນໄດ້ ເພາະນຳເງິນໃຊ້ຈ່າຍຫມົດແລ້ວ; ຕົກມາຮອດວັນ 19 ກັນຍາ 2022 ມື້ເກີດເຫດຜູ້ກ່ຽວ ຂີ່ລົດຈັກອອກໄປຂົວຂ້າມນໍ້າຂອງ.

ນີ້ອາດເປັນສາເຫດຫນຶ່ງ ເຮັດໃຫ້ຫມໍລຳດັງ ຕັດສີນໃຈໃນສິ່ງທີ່ຫລາຍຄົນບໍ່ຄາດຄິດ.

ທີ່ມາ

ທີ່ມາ 2

Leave a Reply

Your email address will not be published. Required fields are marked *

Back to top button